吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ກ່າວ​ວ່າ: ຕ້ອງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ເດັດ​ຖານ​ຂອງ​ການ​ຊຳ​ລະ​ນ້ຳ​ປົນເປື້ອນ​​ລັງ​ສີ​ນິວ​ເຄ​ລຍ

2021-09-08 10:44:57 cri

    ວັນ​ທີ 7 ກັນ​ຍານີ້, ທ່ານ ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຈີນ​ຫວັງ​ວ່າ ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ຈະ​ສາ​ມາດ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​​ກັບ​ຜົນ​ປະ​ໂຫຍດ​ຢ່າງ​ເຕັມ​ທີ່ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ເດັດ​ຖານ​ໃນ​ການ​ຊຳ​ລະ​ແກ້​ໄຂ​ນ້ຳ​​ປົນ​ເປື້ອນ​ລັງ​ສີ​ຈາກ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ​ຟຸ​ຄຸ​ຊິ​ມະ​ປະ​ເທດ​ຍີ່​ປຸ່ນ.

    ຂ່າວ​ແຈ້ງວ່າ: ໃນ​ອາ​ທິດນີ້, ທ່ານ ​ເລ​ດີ ເອ​ຟ​ຣາດ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ຈະ​ນຳ​ພາ​ຄະ​ນະ​ເດີນ​ທາງ​ໄປ​ຍີ່​ປຸ່ນ ເພື່ອ​ປຶກ​ສາ​ຫາ​ລື​​ກັບ​ຄະ​ນະ​ກຳ​ມະ​ການ​ວາງ​ແຜ​ນ​ດ້ານ​ພະ​ລັງ​ງານ​ປະ​ລະ​ມາ​ນູ​, ກະ​ຊວງ​ເສດ​ຖະ​ກິດ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຍີ່​ປຸ່ນ ກ່ຽວ​ກັບບັນ​ຫາ​ຊຳ​ລະ​ແກ້​ໄຂ​ນ້ຳ​ປົນ​ເປື້ອນ​​ລັງ​ສີຈາກ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຟຸ​ຄຸ​ຊິ​ມາ, ທັງ​ຈະ​ໄປ​ທັດ​ສະ​ນະ​ສຶກ​ສາ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ​ເລກ​ໜຶ່ງ​ຟຸ​ຄຸ​ຊີ​ມະ​.

    ທ່ານ ວ່າງ​ເວີນ​ປິ່ນ ກ່າວ​ເນັ້ນ​ໜັກ​ວ່າ: ປັດ​ຈຸ​ບັນ, ໂດຍ​ບໍ່​ເອົາ​ຫົວ​ຊາ​ນຳ​ຄວາມ​ກັງ​ວົນ​ຂອງ​ປະ​ຊາ​ຄົ​ມ​ໂລກ, ລັດ​ຖະ​ບານ​ຍີ່​ປຸ່ນ​​ຍັງ​ຊູ​ຊີ​ທີ່​ຈະ​ຊຸກ​ຍູ້​ວຽກ​ງານ​ກະ​ກຽມ​ການ​ປ່ອຍ​ນ້ຳ​​ປົນ​ເປື້ອນລັງ​ສີ​ນິວ​ເຄ​ລຍ​​ລົງ​ສູ່​ທະ​ເລ. ຈີນ​ຫວັງ​​ວ່າ​ຍີ່​ປຸ່ນ​ຈະ​ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ່​ຜິດ​ພາດ​ທັນ​ທີ, ​ບໍ່ເລີ່ມດຳ​ເນີນວຽກ​ງານ​ປ່ອຍ​ນ້ຳ​​ປົນ​ເປື້ອນ​​ລັງ​ສີນິວ​ເຄ​ລຍ​ລົງ​ສູ່​ທະ​ເລ​ຕາມ​ລຳ​ພັງ​ໃຈ ກ່ອນ​​ມີ​ການ​ປຶກ​ສາ​ຫາ​ລື​ຢ່າງ​ເຕັມ​ທີ່ ທັງ​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກັບ​ຝ່າຍ​ທີ່​ກ່ຽວ​ຂ້ອງ​​ກັບ​ຜົນ​ປະ​ໂຫຍດ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽ​ວ​ຂ້ອງ.

ຄຳ​ເຫັນ

0