吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ຈະ​ເດີນ​ທາງຢ້ຽມ​ຢາມ​ຫວຽດ​ນາມ,ກຳ​ປູ​ເຈຍ,ສິງ​ກະ​ໂປ ແລະ ສ.ເກົາ​ຫຼີ ແລະ ​ເປັນ​ປະ​ທານ​ຮ່ວມ​ໄຂ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ຈີນ- ຫວຽດ​ນາມ​ຄັ້ງ​ທີ 13

2021-09-08 11:05:10 CRI

    ວັນ​ທີ 7 ກັນ​ຍາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​​ຟາມ​ບິງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ​ບຸຍ​​ແທງ​ເຊິ່ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ທ່ານ​ປ​ຣັກ ໂຊ​ຄອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ, ທ່ານ​ວິວຽນ ບາ​ລາກ​ຣີ​ສ​ນັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ ແລະ ທ່ານ​ຈຸງ​ອີຢົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ​ຫວຽດ​ນາມ, ກຳ​ປູ​ເຈຍ, ສິງ​ກະ​ໂປ ແລະ ສ.ເກົາ​ຫຼີ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 10 ຫາ ວັນ​ທີ 15 ​ກັນ​ຍານີ້, ແລະ​ຈະ​ຮ່ວມ​ກັບ​ທ່ານ​ຟາມ​ບິງ​ມີງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ​ເປັນ​ປະ​ທານ​ຮ່ວມໄຂກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ຈີນ-ຫວຽດ​ນາມ​ຄັ້ງ​ທີ 13.

ຄຳ​ເຫັນ

0