郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກ​ງານກະ​ກຽມ​ການ​​ຈັດງານ​ກິ​ລາ​ແຫ່ງ​ຊາດຈີນ​ຄັ້ງ​ທີ14ໄດ້​ສຳ​ເລັດແລ້ວ​ທຸ​ກ​ຢ່າງ

2021-09-08 17:01:06 cri

   ງານ​ມະ​ຫາ​ກຳ​ກິ​ລາ​​ແຫ່​ງ​ຊາດຈີນ​ຄັ້ງ​ທີ14​ຈະ​ຈັດ​ຂຶ້ນ​ຢູ່​ແ​ຂວງ​ສານ​ຊີ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປ​ະ​ເທດ​ຈີນ​ແຕ່ວັນ​ທີ15ຫາ​ວັນ​ທີ27ກັນ​ຍານີ້. ງານ​ກິ​ລາ​ຄັ້ງ​ນີ້​ເປັນ​ງານມະ​ໂຫລານ​ດ້ານ​ກິ​ລາທີ່​ມີ​ລັກ​ສະ​ນະ​ສັງ​ລວມ​ແລະ​ມີ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ຂອງ​ຈີນ ທັງ​ແມ່ນ​ການ​ຈັດ​ງານ​ກິ​ລາ​ກ່ອນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​  ແລະ​ຈັດ​ຂຶ້ນ​ໃນ​​ສະພາບ​ກາ​ນປ້ອງ​ກັນແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ຕາມ​ປົກ​ກະ​ຕິ, ທັງ​ເປັນ​ງານ​ກິ​ລາ​ລະ​ດັບ​ສູງ​ສຸດຂອງ​ຈີນ.

   ງານ​ກິ​ລາແຫ່​ງ​ຊາດຈີນ​ຄັ້ງນີ້​ປະ​ກອບ​ດ້ວຍ​ກິ​ລາ35​ປ​​ະ​ເພດ 409ລ​າຍ​ການ. ການ​ຈັດ​ງານ​ແມ່ນ​ຢູ່​ໃນ​ສະພາບ​ກາ​ນປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ຕາມ​ປົກ​ກະ​ຕິ,ປັດ​ຈຸ​ບັນ ວຽກ​ງານ​ກະ​ກຽມ​ສຳ​ລັບງານ​ກິ​ລາ​ຄັ້ງ​ນີ້ໄດ້​ສຳ​ເລັດ​ໝົດ ທຸ​ກ​ຢ່າງແລ້ວ​. ໃນ​ເວ​ລາ​ສຳ​ຫຼວດກວດ​ກາວຽກ​ງານ​ກະ​ກຽມ​ຈັດ​ງານ​ກິ​ລາແຫ່​ງ​ຊາດຢູ່​ນະ​ຄອນ​ຊີ່​ອ່ານ​ແຂວງ​ສານ​ຊີ່​ແຕ່​ວັນ​ທີ6-7ກັນ​ຍານີ້ ທ່ານ​ນາງ​ຊຸ່ນ​​ຊູ່ນ​ລານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ໄດ້​ກ່າວ​ເນັ້ນ​ໜັກ​ວ່າ: ຕ້ອງ​ປະ​ຕິ​ບັດ​ງານ​ຕາມ​ຄວາມ​ຮຽກ​ຮ້ອງ​ໃຫ້​ຈັດ​ງານ​ກິ​ລາ​​ແບບ​ກະ​ທັດ​ຮັດ,ປອດ​ໄພ​ແລະ​ໜ້າ​ຊົມ, ປະ​ຕິ​ບັດ​ວຽກ​ງານ​ກະ​ກຽມ​ໄລ​ຍະ​ສຸດ​ທ້າຍ​ໃຫ້​ໄດ້​ດີ​ຢ່າງ​ແທ້​ຈິງ,ຮັບ​ປະ​ກັນ​ໃຫ້​ການ​ຈັດ​ງານ​ມະ​ໂຫລານ​ດ້ານ​ກິ​ລາ​ທີ່​ໜ້າ​ຊົມ​ແລະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ຄັ້ງ​ໜຶ່ງ.

ວຽກ​ງານກະ​ກຽມ​ການ​​ຈັດງານ​ກິ​ລາ​ແຫ່ວ​ຊາດຈີນ​ຄັ້ງ​ທີ14ໄດ້​ສຳ​ເລັດແລ້ວ​ທຸ​ກ​ຢ່າງ_fororder_558854711

ວຽກ​ງານກະ​ກຽມ​ການ​​ຈັດງານ​ກິ​ລາ​ແຫ່ວ​ຊາດຈີນ​ຄັ້ງ​ທີ14ໄດ້​ສຳ​ເລັດແລ້ວ​ທຸ​ກ​ຢ່າງ_fororder_703123832

ວຽກ​ງານກະ​ກຽມ​ການ​​ຈັດງານ​ກິ​ລາ​ແຫ່ວ​ຊາດຈີນ​ຄັ້ງ​ທີ14ໄດ້​ສຳ​ເລັດແລ້ວ​ທຸ​ກ​ຢ່າງ_fororder_1562115889

ວຽກ​ງານກະ​ກຽມ​ການ​​ຈັດງານ​ກິ​ລາ​ແຫ່ວ​ຊາດຈີນ​ຄັ້ງ​ທີ14ໄດ້​ສຳ​ເລັດແລ້ວ​ທຸ​ກ​ຢ່າງ_fororder_1835278271

 

ຄຳ​ເຫັນ

0