吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IOC ​ແລະ CMG ຕົກລົງ​ຮ່ວມ​ມືກັນດ້ານ​ລິ​ຂະ​ສິດ​ໂອ​ລິມ​ປິກ​

2021-09-09 23:18:15 cri

 IOC ​ແລະ CMG ຕົກລົງ​ຮ່ວມ​ມືກັນດ້ານ​ລິ​ຂະ​ສິດ​ໂອ​ລິມ​ປິກ​_fororder_11

    ວັນ​ທີ 9 ກັນ​ຍານີ້, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ ຫຼື IOC  ແລະ ​ສະ​ຖາ​ນີ​​ວິ​ທະ​ຍຸໂທ​ລະ​ພາບ​ສູນ​ກາງ​ຈີນ​ ຫຼື CMG ໄດ້ຮ່ວມ​ກັນ​ປະ​ກາດ​ວ່າ, ​ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວກັບ​ການ​ຮ່ວມ​ມືໃນດ້ານສິດຖ່າຍ​ທອດ​ສົດ​ງານ​ກິ​ລາ​ໂອ​ລິມ​ປິກ​​ພຽງສື່​ດຽວ ​ຢູ່​ແຜ່ນ​ດິນ​ໃຫຍ່​ ​ແລະ​ເຂດ​ມາ​ກາວຂອງຈີນໃນ​ໄລ​ຍະ​ໃໝ່ຂອງການຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວຄັ້ງ​ທີ 25 ໃນ​ປີ 2026, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ຄັ້ງ​ທີ 34 ໃນປີ 2028, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ທີ 26 ໃນ​ປີ 2030 ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນຄັ້ງ​ທີ 35 ໃນປີ 2032. 

    ທ່ານ​ໂທ​ມັ​ສ ບາ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ ແລະ​ທ່ານ​ເຊີ້ນ​ໄຫ​ຊົງ ຜູ້​ອຳ​ນວຍການ​ໃຫຍ່​ຂອງສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ເຊັນ​ສັນ​ຍາຜ່ານ​ທາງ​ອອນລາຍໃນ​ມື້​ດຽວ​ກັນ.

IOC ​ແລະ CMG ຕົກລົງ​ຮ່ວມ​ມືກັນດ້ານ​ລິ​ຂະ​ສິດ​ໂອ​ລິມ​ປິກ​_fororder_22

    ທ່ານ​ໂທ​ມັສ ບາສ ກ່າວວ່າ, ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ ຈະ​ນຳເອົາ​ລາຍ​ຮັບຂອງຕົນໃນຈຳນວນ 90% ຂຶ້ນ​ໄປ​ແບ່ງປັນໃຫ້​ແກ່​ນັກ​ກິລາ​ ​ແລະ ອົງການ​ຈັດ​ຕັ້ງ​ໃນ​ແຫ່ງ​ຕ່າງໆ​ຂອງໂລກ​ຄືນ​ໃໝ່. ​ໃນ​ຍາມທີ່​ສຸກ​ເສີນ​ນີ້, ການ​ສະໜັບສະໜູນ​ ​ແລະ ຄວາມ​ສາ​ມັກ​ຄີ​ແບບ​ນີ້​ແມ່ນສຳຄັນ​ກວ່າຍາມໃດໝົດ​ທີ່​ຜ່ານ​ມາ.    

    ທ່ານ ​ເ​ຊີ້ນ​ໄຫ​ຊົງ ກ່າວວ່າ, CMG ​ແລະ ຄະນະ​ກຳມະການ​ໂອ​ລິ​ມປິກສາກົນ ​ມີ​ການ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​​ເປັນເວລາຍາວນານ. ການເຊັນສັນຍາກ່ຽວກັບການ​ຮ່ວມ​ມື​ດ້ານ​ສິຂະ​ສິດ​ຂອງງານກິລາໂອ​ລິ​ມປິກ​​ໃນ​ໄລຍະ​ຕໍ່ໜ້າ ບໍ່​ພຽງ​ແຕ່​ຈະ​ສືບ​ຕໍ່​ການ​ພົວພັນ​ຄູ່​ຮ່ວມມື​ລະຫວ່າງ​ສອງ​ຝ່າຍເທົ່ານັ້ນ, ຍັງ​ຈະ​ສ້າງ​ພື້ນ​ຖານ​ທີ່​ດີງາມ​ຕໍ່​ການ​ເຜີຍ​ແຜ່​ກິລາໂອ​ລິ​ມປິກ​ຢ່າງ​ກວ້າງຂວາງ, ຕໍ່​ເນື່ອງ ​ແລະ ໝັ້ນທ່ຽງ.

ຄຳ​ເຫັນ

0