吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ວ່າ​ຝ່າຍ​ຕ່າງໆ​ຂອງ​ມຽນ​ມາຈະ​ຊອກ​ເຫັນວິ​ທີ​ແກ້​ໄຂ​ບັນ​ຫາ​ຢ່າງ​ເໝາະ​ສົມ​ດ້ວຍ​ການ​ສົນ​ທະ​ນາ​ທາງ​ການ​ເມືອງ

2021-09-09 14:12:51 CRI

     ວັນ​ທີ 7 ກັນ​ຍາ​ນີ້, ທ່ານ​ດູ​ວາ ລາ​ຊີ ລາ ​ຮັກ​ສາ​ການປະ​ທາ​ນາ​ທິ​ບໍ​ດີ​ຂອງລັດ​ຖະ​ບານ​ສາ​ມັກ​ຄີ​ຊົນ​ເຜົ່າ​ແຫ່ງ​ຊາດ​ມຽນ​ມາ ຫຼື NUG ​​ໄດ້ກ່າວ​ຄຳ​ປາ​ໄສ​ໃນ​ຮູບ​ແບບ​ວິ​ທີ​ໂອ​ຜ່ານ​ສື່​ສັງ​ຄົມອອນ​ລາຍ ແລະ ປະ​ກາດ​ເຮັດ “ສົງ​ຄາມ​ປົກ​​ປ້ອງປະ​ຊາ​ຊົນ” ທີ່​ແນ​ໃສ່​​ຕໍ່​ຕ້ານລັດ​ຖະ​ບານ​ການ​ທະ​ຫານ, ທົ່ວ​ປະ​ເທດ​ມຽນ​ມາ​ໄດ້​ເຂົ້າ​ສູ່​ສະ​ພາບ​ສຸກ​ເສີນ. ຫຼັງ​ຈາກ​ນັ້ນ, ລັດ​ຖະ​ບານ​ການ​ທະ​ຫານ​ມຽນ​ມາ​ກໍ​ກ່າວ​ປະ​ນາມ​ຢ່າງ​ເປີດ​ເຜີຍ​ວ່າ​ລັດ​ຖະ​ບານ NUG ມີ​ກົນ​ອຸ​ບາຍ​ກໍ່ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ ເພື່ອ​ທຳ​ລາຍ​ຄວາມ​ໝັ້​ນ​ຄົງ​ທາງ​ສັງ​ຄົມ.


     ຕໍ່​ເລື່ອງ​ນີ້, ໃນ​ກອງ​ປ​ະ​ຊຸມ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ກັນ​ຍາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ມີ​ຫຼັກ​ໝັ້ນມາ​ໂດຍ​ຕະ​ຫຼອດ ແລະ ​ແນ່ນອນຕໍ່​ສະ​ຖາ​ນະ​ການ​ມຽນ​ມາ. ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​​ມິດ​ຕະ​ພາບ​ກັບມຽນ​ມາ, ຈີນ​​ມີ​ຄວາມ​ປາ​ຖະ​ໜາ​ມາ​ໂດຍ​ຕະ​ຫຼອດ​ໃຫ້​ພັກ​ຕ່າງໆ ແລະ ຝ່າຍ​ຕ່າງໆ​ຂອງ​ມຽນ​ມາຖື​ຜົນ​ປະ​ໂຫຍດ​ຂອງຊາດ ແລະ ປະ​ຊາ​ຊົນ​ໃນ​ໄລ​ຍະ​ຍາວ​ເປັນ​ພື້ນ​ຖານ, ພາຍ​ໃຕ້​ຂອບ​ຂອງລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ, ຊອກ​​ໃຫ້​ເຫັນ​ວິ​ທີ​ແກ້​ໄຂ​ບັນ​ຫາ​​ຢ່າງ​ເໝາະ​ສົມ​ດ້ວຍ​ການ​ສົນ​ທະ​ນາ​ກັນ​ທາງ​ການ​ເມືອງ, ຟື້ນ​ຟູ​ຄວາມ​ມີ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ​ຂອງ​ຊາດໂດຍ​ໄວ ແລະ ເລີ່ມ​ຊຸກ​ຍູ້​ຂະ​ບວນ​ການ​ປະ​ຊາ​ທິ​ປະ​ໄຕ​ແຫ່ງຊາດ​ຄືນ​ໃໝ່.

ຄຳ​ເຫັນ

0