何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ປະ​ເທດ​ບຣິກສໄດ້ກາຍ​ເປັນ​ກຳລັງ​ສຳຄັນ​ທີ່​ບໍ່ສາມາດເບິ່ງ​ຂ້າມ​ໄດ້​ໃນ​ເວທີ​ສາກົນ

2021-09-09 21:46:56 CRI

ຕອນ​ຄໍ່າ​ວັນ​ທີ 9 ກັນຍາ​ນີ້, ທ່ານ​ສີ​ຈິ້ນຜິ​ງປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ຜູ້ນຳ​ປະ​ເທດ​ບຣິກສ​ຄັ້ງ​ທີ 13 ຜ່ານ​ທາງ​ວີ​ດີ​ໂອ.

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ທີ່​ປະ​ເທດ​ບຣິກສຮ່ວມ​ມື​ກັນ​ຄົບຮອບ 15 ປີ. ​ໃນໄລຍະ15 ປີຜ່ານມາ, 5 ປະ​ເທດບ​ຣິກ​ສ​ໄດ້​ຍຶດໝັ້ນ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ກວມ​ລວມ, ປະຕິບັດ​ຕໍ່​ກັນ​ດ້ວຍຄວາມສະ​ເໝີ​ພາບ​, ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ຍຸດ​ທະ​ສາດ ​ແລະ ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນໃນ​ທາງ​ການ​ເມືອງ, ​ເຄົາລົບ​ລະບອບ​ສັງຄົມ ​ແລະ ​ເສັ້ນທາງ​ການ​ພັດທະນາຂອງກັນ​ແລະ​ກັນ, ຄົ້ນຄວ້າ​ຫຼັກການ​ທີ່​ຖືກຕ້ອງ​ສຳລັບ​ການ​ຢູ່​ຮ່ວມ​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ; ຍຶດໝັ້ນ​ໃນ​ການ​ປະດິດ​ສ້າງ​ໃໝ່​ທີ່​ຕິດ​ແທດກັບ​ຄວາມ​ເປັນຈິງ, ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ, ​ເຊື່ອມ​ຈອດ​ນະ​ໂຍບາຍ​ການ​ພັດທະນາ​ລະ​ຫວ່າງ​ກັນ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ໜັກ​ແໜ້ນ, ​ບຸກ​ບືນສູ້​ຊົນກ້າວ​​ເດີນ​ໄປ​ໜ້າ​​ບົນ​ເສັ້ນທາງ​ການພັດທະນາ​ຮ່ວມ​ກັນ; ຍຶດໝັ້ນ​ໃນຫຼັກການ​ຄວາມຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ, ​ໃນ​ຂະ​ນະ​ທີ່ຕົນ​ເອງ​ປະ​ສົບ​ຜົນສຳ​ເລັດ ​ຍັງ​ຊ່ວຍ​ຜູ້​ອື່ນ​​ໃຫ້​ປະ​ສົບ​ຜົນສຳ​ເລັດ​​ໄປ​ພ້ອມ​ກັນ, ສະໜັບສະ​ໜູນ​ລັດທິ​ຫຼາຍ​ຝ່າຍ, ​ເຂົ້າ​ຮ່ວມ​ການ​ຄຸ້ມຄອງໂລກ, ກາຍ​ເປັນ​ກຳລັງ​ສຳຄັນ​ທີ່​ບໍ່​ສາມາດ​​ເບິ່ງ​ຂ້າມ​​ໄດ້​ໃນ​ເວທີ​ສາກົນ. ຄວາມ​ຈິງ​ໄດ້ພິສູດ​ໃຫ້​ເຫັນ​ວ່າ: ບໍ່​ວ່າ​ຈະ​ພົບກັບ​ຄວາມ​ຫຍຸ້ງຍາກ​ອັນໃດ​ກໍ​ຕາມ, ຂໍ​ແຕ່​ພວກ​ເຮົາ​ຮ່ວມ​ແຮງຮ່ວມ​ໃຈ​ກັນ, ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ບຣິກສກໍ​ຈະ​ສາມາດ​ກ້າວ​ເດີນ​ໄປ​ໜ້າໄດ້ຢ່າງ​ໜັກ​ແໜ້ນ.

ຄຳ​ເຫັນ

0