刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປະ​ເທດ​ບຣິກສຄວນ​ມີ​ຄວາມ​ຮັບ​ຜິດ​ຊອບ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ

2021-09-09 22:43:37 cri

 

ຕອນ​ຄໍ່າ​ວັນ​ທີ 9 ກັນຍາ​ນີ້, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ຜູ້ນຳ​ປະ​ເທດ​ບຣິກສຄັ້ງທີ 13 ຜ່ານ​ທາງ​ວີ​ດີ​ໂອ. ທ່ານ​ສີ​ຈິ້ນ​ຜິງ​​ຊີ້​ອອກວ່າ: ປັດ​ຈຸ​ບັນ, ພະ​ຍ​າດ​ໂຄວິດ-19 ​ພວມ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຢ່າງ​ຮຸນ​ແຮງ, ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ພວມ​ປະ​ເຊີນ​ກັບ​ຄວາມ​ຫຸ​ຍ້ງ​ຍາກ​ລຳ​ບາກ, ລະ​ບຽບ​ການສາ​ກົນ​ກໍ​ໄດ້​ມີ​ການປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ແລະ​ສັບ​ສົນ. ໂດຍ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ, ປະ​ເທດ​ບຣິກສຄວນ​​ມີ​ຄວາມ​ຮັບ​ຜິດ​ຊອບ, ຊຸກ​ຍູ້​ການປະ​ຕິ​ບັດ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ຊຸກ​ຍູ້​ໃຫ້​ທົ່ວ​ໂລກ​ສາ​ມັກ​ຄີ​ກັນ​ຕ້ານ​ພະ​ຍາດ, ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ການ​ປະ​ດິດ​ສ້າງ​ໃໝ່​ ແລະ​ການ​ເຕີບ​ໂຕ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ ເພື່ອ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0