吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ປະ​ກາດ​ແຜນ​​ປະ​ຕິ​ບັດ​ງານວ່າ​ດ້ວຍ​​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຈີນ ປີ 2021-2025

2021-09-09 16:22:10 cri

    ຫ້ອງ​ການ​ຖະ​ແຫລງ​ຂ່າວ​ຂອງລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ ແຜນ​​ປະ​ຕິ​ບັດ​ງານວ່າ​ດ້ວຍ​​​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ແຕ່ປີ 2021-2025 ໃນ​ວັນ​ທີ 9 ກັນ​ຍາ​ນີ້, ໂດຍ​ໄດ້​ຕົກ​ລົງ​ເປົ້າ​ໝາຍ ແລະ​ໜ້າ​ທີ່ໃນ​ໄລ​ຍ​ະ​ປີ 2021-2025ກ່ຽວ​ກັບ​ການ​ເຄົາ​ລົບ, ​ການ​ປົກ​ປ້ອງ ແລະ​​​ການສົ່ງ​ເສີມ​​​ສິດ​ທິ​ມະ​ນຸດ.

    ແຜນ​​ປະ​ຕິ​ບັດ​ງານ​ດັ່ງ​ກ່າ​ວ​ປະ​ກອບ​ດ້ວຍ 8 ພາກ ເຊັ່ນ: ຄຳ​ນຳ, ​ສິດ​ທິດ້ານເສດ​ຖະ​ກິດ, ສັງ​ຄົມ ແລະ​ວັດ​ທະ​ນະ​ທຳ,  ​ສິດ​ທິ​ຂອງ​ພົນ​ລະ​ເມືອງ ແລະ​ສິດ​ທິດ້ານ​ການ​ເມືອງ, ​ສິດ​ທິດ້ານ​ສະ​ພາບ​ແວດ​ລ້ອມ, ການ​​ປົກ​ປ້ອງ​ສິດຂອງ​ກຸ່ມ​ຄົນ​ພິ​ເສດ, ການ​ສຶກ​ສາ ແລະ​ການ​ຄົ້ນ​ຄວ້າ​ດ້ານ​ມະ​ນຸດ​ສະ​ທຳ, ​ການເຂົ້າ​ຮ່ວມ​ຄຸ້ມ​ຄອງ​ບໍ​ລິ​ຫານ​​ສິດ​ທິ​ມະ​ນຸດ​​ຂອງ​ໂລກ, ການ​​ຈັດ​ຕັ້ງປະ​ຕິ​ບັດ ຕິດ​ຕາມ​ກວດ​ກາ ແລະ​ການ​ປະ​ເມີນ​ຜົນ. ລວມ​ທັງ​ເປົ້າ​ໝາຍ ແລະ​ໜ້າ​ທີ່​ທີ່​ເປັນ​ຮູບ​ປະ​ທຳ​ເກືອບ 200 ​ຂໍ້.

    ແຜນ​ການ​ດັ່ງ​ກ່າວ​​ໄດ້ຊີ້​​ໃຫ້​ເຫັນວ່າ: ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ອັນ​ໃໝ່​ຂອງ​ການ​ພັດ​ທ​ະ​ນາ​ວຽກ​ງານ​ສິດ​ທິ​ມະ​ນຸ​ດ​ຂອງ​ຈີນ. ບົນ​ພື້ນ​ຖານ​ທີ່​​ໄດ້ສະ​ຫລຸບ​ສະ​ພາບ​ການ​ປະ​ຕິ​ບັດ​ງານ ແລະ​ບົດ​ຮຽນ​ດ້ານ​ພຶດ​ຕິ​ກຳກ່ຽວ​ກັບ​ແຜນ​​ປະ​ຕິ​ບັດ​ງານວ່າ​ດ້ວຍ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຂອງ​ຈີນ 3 ສະ​ບັບ​ທີ່​ປະ​ຕິ​ບັດ​ຜ່ານ​ມາ, ລັດ​ຖະ​ບານ​ຈີນ​ໄດ້​​ກຳ​ນົດ​ແຜນ​ປະ​ຕິ​ບັດ​ງານວ່າ​ດ້ວຍ​​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​​ແຕ່ປີ 2021-2025.

 

 

 

ຄຳ​ເຫັນ

0