何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສະ​​ເໜີຂໍ້​ລິ​ເລີ່​ມ 5 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ປະ​ເທດ​ບຣິກສ

2021-09-09 22:35:03 CRI

ຕອນ​ຄໍ່າ​ວັນ​ທີ 9 ກັນຍາ​ນີ້, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ຜູ້ນຳ​ປະ​ເທດ​ບຣິກສຄັ້ງທີ 13 ຜ່ານ​ທາງ​ວີ​ດີ​ໂອ. ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ: ພາຍ​ໃຕ້​ສະພາບ​ການ​ປະຈຸ​ບັນ​ນີ້, ປະ​ເທດ​ບຣິກສຄວນມີ​ຄວາມ​ເຊື່​ອ​ໝັ້ນ​ຢ່າງ​ເດັດ​ດ່ຽວ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າ​ງປະ​ເທດ​ບຣິກສກ້າວ​ໄປ​ສູ່​ທິດ​ທາງ​ທີ່​ມີ​ຄຸນ​ນະພາ​ບສູງ​ກວ່າ​ເກົ່າ. ໜຶ່ງ, ຍຶດໝັ້ນ​​ໃນ​ການ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ສາທາລະນະ​ສຸກ; ສອງ, ຍຶດໝັ້ນ​​ໃນ​ຫຼັກການ​ຍຸດຕິ​ທຳ ​ແລະ ສາມາດ​ເຂົ້າ​ເຖິງ​ໄດ້, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ດ້ານ​ວັກ​ຊີ​ນ; ສາມ, ຍຶດໝັ້ນ​ໃນ​ຫຼັກການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ; ສີ່, ຍຶດໝັ້ນ​​ໃນ​ຫຼັກການ​ຍຸດຕິ​ທຳ ​ແລະ ຄວາມ​ເປັນ​ທຳ, ​ເພີ່ມ​ທະວີການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງດ້ານ​ການ​ເມືອງ; ຫ້າ, ຍຶດໝັ້ນ​ການ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ, ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ.

ຄຳ​ເຫັນ

0