吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ຫວຽດ​ນາມ​​ແລ່ນ​ລົດ​​​ໄດ້​ກາຍ 200 ຖ້ຽວ​ໃນ​ປີ​ນີ້

2021-09-09 16:23:32 cri

  ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ຫວຽດ​ນາມ​​ແລ່ນ​ລົດ​​ໃຫ້​ກາຍ 200 ຖ້ຽວ​ໃນ​ປີ​ນີ້_fororder_中越

    ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ພາກ​ສ່ວນ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ກຸ່ມ​ບໍ​ລິ​ສັດ​ເສັ້ນ​ທາງ​ລົດ​ໄຟ​ຈີນ​ສາ​ຂາ​ນະ​ຄອນ​ນານ​ນີງ​ໄດ້​ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ​ ຈຳ​ນວນ​ຖ້ຽວລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ຫ​ວ​ຽດ​ນາມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ​ມາ​ຮອດ​ວັນ​ທີ 7 ກັນ​ຍາ​ນີ້, ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ຫວຽດ​ນາມ​ໄດ້​​ມີ​ເຖິງ 208 ຖ້ຽວ, ຫລາຍກວ່າ​ຈຳ​ນວນ​ຖ້ຽວລົດ​ໄຟ​ທີ່​ແລ່ນໝົດ​ປີ​ຂອງ​ປີ​ທີ່​ຜ່ານ​ມາ, ໄດ້ເພີ່ມ​ຂຶ້ນ 95,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ຫວຽດ​ນາມ​ໄດ້​ກາຍ​ເປັນ​ກຳ​ລັງ​ແຮງ​ຂັບ​ເຄື່ອນ​ໃນ​ດ້ານ​ການ​ພັດ​ທະ​ນາສາຍພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ ແລະ​ປະ​ເທດ​ອາ​ຊ​ຽນ, ​ໄດ້​ເຮັດ​ໃຫ້​ການ​​ແລກ​ປ່ຽນເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ ແລະ​ອາ​ຊຽນ​ມີ​ຄວາມ​ສ​ະ​ດວກ ແລະ​ບັງ​ເກີດ​ຜົນ.

    ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ຫວຽດ​ນາມ​ແມ່ນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ທີ່​ເຊື່ອມ​ຕໍ່​ຈີນ ແລະ​ປະ​ເທດ​ອາ​ຊຽນ​​ໂດຍ​ທາງ​ບົກ, ​ທັງເປັນ​ພາກ​ສ່ວນ​ອັນ​ສຳ​ຄັນ​ຂອງ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ເອີ​ຣົບ.  ລົດ​ໄຟ​ຂົນ​​ສົ່ງ​ສິນ​ຄ້າ​ຈີນ-ຫວຽດ​ນາມ​ຖ້ຽວ​ທຳ​ອິດ​ໄດ້​ເລີ່ມ​ແລ່ນ​ໃນ​ເດືອນ​ພະ​ຈິກ​ປີ 2017, ມາ​ຮອດ​ປັດ​ຈຸ​ບັນ, ​ລົດ​ໄຟ​ດັ່ງ​ກ່າວ​ໄດ້​ແລ່ນ​ແລ້ວ 545 ຖ້ຽວ, ຈັງ​ຫວະ​ການ​ເຕີບ​ໂຕ​ໃນ​ແຕ່​ລະ​ປີ​ກໍ​ຫລາຍກວ່າ 50%.

ຄຳ​ເຫັນ

0