吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງ​ລ້ຽງ​ເດັກ​ກຳ​ພ້າ​ແຫ່ງ​ໜຶ່ງຢູ່​ປະ​ເທດ​ຟີ​ລິບ​ປິນ​ໄດ້​ເກີດ​ກໍ​ລະ​ນີ​ຕິດ​ເຊື້ອ​ ໂຄວິດ-19ເປັນ​ກຸ່ມ

2021-09-10 17:27:47 cri

    ວັນ​ທີ 9 ກັນ​ຍາ​ນີ້, ໂຮງ​ລ້ຽງ​ເດັກ​ກຳ​ພ້າ​ແຫ່ງ​ໜຶ່ງ​​ຢູ່​ນະ​ຄອນ​ເກດ​ຊອນ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ເກີດ​ມີ​ກໍ​ລະ​ນີ​ຕິດ​​ເຊື້ອ​ໂຄວິດ-19ເປັນ​ກຸ່ມ, ຜົນ​ການ​ກວດ​ຫາ​ເຊື້ອ​ໂຄວິດ-19​ມີ 122 ຄົນ​ເປັນ​ບວກ, ໃນ​ນັ້ນ, ມີ 99 ຄົນ​ເປັນ​ເດັກ​ນ້ອຍ.

    ຕາມ​ຂ່າວ​ລາຍ​ງານ​ວ່າ: ສາ​ເຫດ​ທີ່​ເກີດ​ກໍ​ລະ​ນີ​ນີ້ແມ່ນ​ຍ້ອນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ທີ່​ບໍ່​ສະ​ແດງ​ອາ​ການ​​ຄົນ​ໜຶ່ງ​ໄດ້​ເຂົ້າ​ໄປ​ໂຮງ​ລ້ຽງ​ເດັກ​ກຳ​ພ້າ​​ໂດຍ​ບໍ່​ຮູ້​ວ່າ​ຕົນ​ຕິດ​ເຊື້ອ​ພະ​ຍາດ.

    ປັດ​ຈຸ​ບັນ, ​ອົງ​ການ​ປົກ​ຄອງນະ​ຄອນ​ເກດ​ຊອນ​ໄດ້​ແຈກ​ຢາຍ​ຢາ, ຜ້າ​ປິດ​ປາກ, ອາ​ຫານ ແລະ​ອື່ນໆ​ໃຫ້​ແກ່​ໂຮງ​ລ້ຽງ​ເດັກ​ກຳ​ພ້າ​ດັ່ງ​ກ່າວແລ້ວ.

ຄຳ​ເຫັນ

0