吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ຈີນ ກັບ ອາ​ຊຽນ​ຈະຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸ​ດ​ຢັ້ງ

2021-09-10 13:25:49 CRI

ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ຈີນ ກັບ ອາ​ຊຽນ​ຈະຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸ​ດ​ຢັ້ງ_fororder_微信图片_20210910104248


    ວັນ​ທີ 9 ກັນ​ຍາ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ຈີນ-ອາ​ຊຽນ​ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນີງ ເຂດກວາງ​ຊີ​ຈີນ. ປັດ​ຈຸ​ບັນ, ຈີນ ກັບ ປະ​ເທດ​ອາ​ຊຽນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ 30 ກວ່າ​ສະ​ບັບ, ປະ​ຕິ​ບັດ​ໂຄງ​ການ​ແລກ​ປ່ຽນ​​ດ້ານເຕັກ​ນິກ​ກະ​ສິ​ກຳ 200 ກວ່າ​​ໂຄງ​ການ. ປີ 2020, ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກ​ະ​ສິ​ກຳ​ລະ​ຫວ່າງ​ຈີນ ກັບ ອາ​ຊຽນ​ໄດ້​ບັນ​ລຸ​ເຖິງ 43 ຕື້​ໂດ​ລາ, ກວມ17,2% ຂອງຍອດ​ມູນ​ຄ່າ​ການ​ຄ້າຜະ​ລິດ​ຕະ​ພັນກະ​ສິ​ກຳ​ຂອງ​ຈີນ​ກັບ​ຕ່າງ​ປະ​ເທດ​.

 

    ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ຈີນ-ອາ​ຊຽນ​ພວມ​ມີ​ໂອ​ກາດ​ໃໝ່​ທາງ​ຍຸດ​ທະ​ສາດ, ການ​ເຊັນ​ສັນ​ຍາ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​​ຂຶ້ນ​ສູ່​ລະ​ດັບ​ສູງ​ກວ່າ​ເກົ່າ​.
   

ຄຳ​ເຫັນ

0