吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນຮຽກ​ຮ້ອງ​ໃຫ້ນັກ​ການ​ເມືອງ​ຍີ​ປຸີ່ນ ຢ່າ​ສົ່ງ​ສັນ​ຍາ​ນ​ທີ່ຜິດ​ພາດ​ໃຫ້​ແກ່​ອິດ​ທິ​ກຳ​ລັງ “​ແບ່ງ​ແຍກໄຕ້​ຫວັນ​ເປັນ​ເອ​ກະ​ລາດ” ແລະ ຢຸ​ດ​ຕິ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ

2021-09-10 15:23:07 CRI

    ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກັນ​ຍາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຄຳ​ເວົ້າ​ກ່ຽວ​ກັບ​ໄຕ້​ຫວັນ​ຂອງ​​ນັກການ​ເມືອງ​ຍີ່​ປຸ່ນໄຮ້​ສາ​ລະ​ທີ່​ສຸດ. ຍີ່​ປຸ່ນ​ຕ້ອງ​ຢຸດ​ຕິ​​ການແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ​ຢຸດ​ຕິ​ການ​ທຳ​ລາຍ​ອະ​ທິ​ປະ​ໄຕ​ຂອງ​ຈີນ​ໃນ​ທຸກ​ຮູບ​ແບບ, ຢ່າ​ສົ່ງ​ສັນ​ຍາ​ນ​ທີ່​ຜິດ​ພາດ​ໃຫ້​ແກ່​ອິດ​ທິ​ກຳ​ລັງ “​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ”.


    ຂ່າວ​ແຈ້ງວ່າ, ວັນ​ທີ 8 ກັນ​ຍາ​ນີ້, ທ່ານນາ​ກາ​ຢາ​ມາ ຢາ​ຊູ​ຮີ​ເດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ​ກ່າວ​ວ່າ, ໄຕ້​ຫວັນ ກັບ ຍີ່​ປຸ່ນ​​ມີ​ດິນ​ແດນ​ຢູ່​ໃກ​ກັນ​ຫຼາຍ, ສະ​ນັ້ນ, ຍີ່​ປຸ່ນ​​ຈຶ່ງ​ຖື​ເອົາ​ບັນ​ຫາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ໄຕ້​ຫວັນ​ເປັນ​ບັນ​ຫາຂອງ​ປະ​ເທດ​ຕົນ.


     ​ກ່ຽວ​ກັບ​ເລື່ອງ​ນີ້, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ນັກ​ຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ອອກວ່າ, ໃນ​ເວ​ລາພວກ​ລັດ​ທິ​ຂຸນ​ເສິກ​ຍີ່​ປຸ່ນ​ກໍ່​ສົງ​ຄາມ​ຮຸກ​ຮານ​ຈີນ, ​ກໍ່​ຖື​ເອົາ “​ດິນ​ແດນ​ຢູ່​ໃກ້​ກັນ” ເປັນ​ຂໍ້​ອ້າງ​ຕົ້ນ​ຕໍ​ອັນ​ໜຶ່ງ. ປັດ​ຈຸ​ບັນ, ຢູ່​ຍີ່​ປຸ່ນ​ຍັງ​ມີ​ອິດ​ທິ​ກຳ​ລັງ​ໂຄ​ສະ​ນາ​ຂໍ້​ອ້າງ​ແບບ​ນີ້, ນີ້​ເປັນ​ເລື່ອງ​ທີ່​ອັນ​ຕະ​ລາຍ​ຫຼາຍ​ທີ່​ສຸດ, ຄວນ​ລະ​ມັດ​ລະ​ວັງ​ໃນ​ລະ​ດັບ​ສູງ. ໂດຍ​ສະ​ເພາະ​ໃນ​ບັນ​ຫາ​ໄຕ້​ຫວັນ, ຍີ່​ປຸ່ນ​ໄດ້​ສ້າງ​ໂທດ​ກຳ​ໃນ​ປະ​ຫວັດ​ສາດ​ຕໍ່​ປະ​ຊາ​ຊົນ​ຈີນ, ກໍ່​ຄວນ​ລະ​ມັດ​ລະ​ວັງ​ໃນ​ການ​ສະ​ແດງ​ພຶດ​ຕິ​ກຳ​ຂອງ​ຕົນ.


     ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ເນັ້ນ​ວ່າ: ໄຕ້​ຫວັນ​ເປັນ​ພາກ​ສ່ວນ​ໜຶ່ງ​ບໍ່​ສາ​ມາດ​ຕັດ​ອອກ​ຈາກ​ຈີນ​ໄດ້. ບຸກ​ຄົນ​ໃດໆ​ກໍ່​ຢ່າ​ສູ່​ປະ​ເມີນ​ຕ່ຳ​ກ່ຽວ​ກັບ​ຄວາມ​ຕັດ​ສິນ​ໃຈ​ຂັ້ນ​ເດັດ​ຂາດ​ຂອງ​ຈີນ, ລວມ​ທັງ​ຈິດ​ໃຈ​ເຂັ້ມ​ແຂງ ແລະ ຄວາມ​ສາ​ມາດ​ອັນ​ສູງ​ສົ່ງ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ຄົບ​ຖ້​ວນ​ແຫ່ງ​ຊາດ​ຂອງ​ປະ​ຊາ​ຊົນ​ຈີນ.

 

ຄຳ​ເຫັນ

0