吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວ​ວ່າ, ​ບໍ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ອັ​ຟກາ​ນີ​ສະ​ຖານ​​ຜ່ານ​ທາງວີ​ດີ​ໂອທີ່​ອາ​ເມ​ຣິ​ກາ ແລະ ເຢຍ​ລະ​ມັນ​​ເປັນ​ເຈ້າ​ພາບ

2021-09-10 13:23:06 CRI

    ວັນ​ທີ 9 ກັນ​ຍາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ຈີນ​ບໍ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ລະ​ດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​​ອັ​ຟກາ​ນີ​ສະ​ຖານຜ່ານທາງວິ​ດີ​ໂອ​​ທີ່​ອາ​ເມ​ຣິ​ກາ ແລະ ເຢຍ​ລະ​ມັນ​ເປັນ​ເຈົ້າ​ພາບ.

 

    ຂ່າວ​ແຈ້ງວ່າ, ວັນ​ທີ 8 ກັນ​ຍາ​ນີ້, ອາ​ເມ​ຣິ​ກາ ແລະ ເຢຍ​ລະ​ມັນ​ໄດ້​ເປັນ​ເຈົ້າ​ພາບ​ຮ່ວມ​ກັນໄຂ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ອັ​ຟ​ກາ​ນີ​ສະ​ຖານ​ ຜ່ານ​ທາງວິ​ດີ​ໂອເຊິ່ງ​ມີ 22 ປະ​ເທດ​ເຂົ້າ​ຮ່ວມ ໂດຍຮຽກ​ຮ້ອງ​ໃຫ້​ກຸ່ມຕາ​ລີ​ບັນ​ຂອງ​​ອັຟ​ກາ​ນີ​ສະ​ຖານ​ອະ​ນຸ​ຍາດ​ໃຫ້​ຄົນ​ຕ່າງ​ປະ​ເທດ ແລະ ຄົນ​ອັ​ຟກາ​ນີ​ສະ​ຖານ​ມີອິດ​ສະ​ຫຼະອອກນອກ​ປະ​ເທດ, ເຄົາ​ລົບ​ສິດ​ທິ​ມະ​ນຸດຂັ້ນ​ພື້ນ​ຖານ, ​ທັງ​ກ່າວ​ວ່າ​ຈະປົກ​​ປ້ອງ​ຊາວ​ອັ​ຟ​ກາ​ນີ​ສະ​ຖານ​ດ້ວຍ​ຊ່ອງ​ທາງ​ເສ​ດ​ຖະ​ກິດ, ການ​ຕ່າງ​ປະ​ເທດ ແລະ ການ​ເມືອງ.


     ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ, ໃນ​ດ້ານ​ໜຶ່ງ ອາ​ເມ​ຣິ​ກາ​ຫຼີກ​ລ່ຽງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ທີ່​ສ້າງຄວາມ​ວັນ​ວາຍ​ຢູ່​ອັ​ຟກາ​ນີ​ສະ​ຖານ​ໃນ​ປັດ​ຈຸ​ບັນ, ອີກ​ດ້ານ​ໜຶ່ງ, ພັດ​ຕຳ​ໜິຄວາມ​ພະ​ຍາ​ຍາມ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຂອງ​ປະ​ເທດ​ອື່ນ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ໃກ້​ຄຽງ​ກັບ​ອັ​ຟ​ກາ​ນີ​ສະ​ຖານ. ໃນ​ອີກ​ດ້ານ​ໜຶ່ງ, ອາ​ເມ​ຣິ​ກາ​​ໄດ້ສະ​ແດງ​ຄວາມ​ເຫັນ​ຫຼາຍ​ເທື່ອ​​ແລ້ວວ່າ​ ຫວັງ​ຢາກດຳ​ເນີນ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ບັນ​ຫາ​​ອັ​ຟ​ກາ​ນີ​ສະ​ຖານ, ອີກ​ດ້ານ​ໜຶ່ງ ພັດ​ກ່າວ​ວ່າ ການ​ຖອນ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນີ​ສະ​ຖານແມ່ນ​ເພື່ອສຸມ​ກຳ​ລັງ​ຕໍ່​ຕ້ານ​ປະ​ເທດ​ຈີນ ​ເຊິ່ງ​ເປັນ​ການຍ້າຍ​ຈຸດຍຸດ​ທະ​ສາດສຳ​ຄັນ.


     ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ, ​ອາ​ເມ​ຣິ​ກາ​ໄດ້​ສະ​ແດງ​ທ່າ​ທີ​ຂັດ​ແຍ້ງ​ກັນ​ມາ​ຫຼາຍ​ເທື່ອ ຈຶ່ງ​ຕ້ອງ​ອະ​ທິ​ບາຍ​ໃຫ້​ປະ​ຊ​າ​ຄົມ​ໂລກ​ເຂົ້າ​ໃຈ.

ຄຳ​ເຫັນ

0