覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 85 ເທົ່າ

2021-09-11 14:44:56 cri

ວັນ​ທີ 10 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຜູ້​ນຳ​ວົງ​ການ​ທຸ​ລະ​ກິດ​ຈີນ-ອາ​ຊຽນ ແລະ​ກອງ​ປະ​ຊຸມ​ພິ​ເສດ​ເພື່ອ​ລະ​ນຶກ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ. ໃນ​ຕະຫຼອດ​ໄລ​ຍະ 30 ປີ​ຜ່ານ​ມາ, ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າຈີນ​ແລະ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຢ່າງ​ໃຫຍ່ຫຼວງ ແລະ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ.
 

  ຜູ້​ຮັບ​ຜິດ​ຊອບທີ່​ກ່ຽວ​ຂ້ອງ​ຂອງ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​ຈີນແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ອາ​ຊຽນ​ໄດ້​ຮ່ວມ​ກັນ​ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ, ເຂົ້າ​ຮ່ວມ​​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາສັນ​ຍາ​ວ່າ​ດ້ວຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼື RCEP, ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ໄລ​ຍະ 30 ປີ​ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ 85 ເທົ່າ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸຫຼາຍກວ່າ 310 ຕື້​ໂດ​ລາ​ສະ​ຫະ​ລັດ, ການ​ກໍ່​ສ້າງ​ແບບ​ເຊື່ອ​ໂຍງເຊື່ອມ​ຈອດ​ກັນ​ເຊັ່ນ ແລວ​ທາງ​ໃໝ່​ທາງ​ບົກ​ທາງ​ທະ​ເລ ເປັນ​ຕົ້ນ​ໄດ້​ເລັ່ງ​ໄວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ເຊັ່ນ ເຂດ​ເຕີບ​ໂຕ​ພາກ​ຕາ​ເວັນ​ອອກ​ຈີນ-ອາ​ຊຽນ, ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ໄດ້​ພັດ​ທະ​ນາ​ກ້າວ​ສູ່​ລ່ວງ​ເລິກແລະ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0