ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 10 ກັນຍານີ້, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມຫລຸດຜ່ອນຄວາມເສຍຫາຍດ້ານສະບຽງອາຫານສາກົນ.
ທ່ານສີຈີ້ນຜິງຊີ້ໃຫ້ເຫັນວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນບັນຫາພື້ນຖານທີ່ກ່ຽວພັນກັບການຍືນຍົງຄົງຕົວຂອງມວນມະນຸດ, ການຫລຸດຜ່ອນຄວາມເສຍຫາຍດ້ານສະບຽງອາຫານແມ່ນຊ່ອງທາງສຳຄັນໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ປັດຈຸບັນ, ພະຍາດໂຄວິດ-19ໄດ້ແຜ່ລະບາດໃນທົ່ວໂລກ, ຄວາມໝັ້ນຄົງດ້ານສະບຽງອາຫານປະເຊີນກັບສິ່ງທ້າທາຍ, ປະເທດຕ່າງໆໃນໂລກຄວນເລັ່ງລັດການເຄື່ອນໄຫວ, ຫລຸດຜ່ອນຄວາມເສຍຫາຍດ້ານສະບຽງອາຫານໃນໂລກຢ່າງແທ້ຈິງ.
ທ່ານສີຈີ້ນຜິງເນັ້ນໜັກວ່າ: ຫວັງວ່າຝ່າຍຕ່າງໆຖືກອງປະຊຸມຄັ້ງນີ້ເປັນໂອກາດທີ່ດີ, ຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030, ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍທີ່ລຶບລ້າງຄວາມອຶດຫິວ ແລະຄວາມທຸກຍາກ, ປະກອບສ່ວນຫລາຍກວ່າເກົ່າເພື່ອການປົກປັກຮັກສາຄວາມໝັ້ນຄົງດ້ານສະບຽງອາຫານໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ກອງປະຊຸມຫລຸດຜ່ອນຄວາມເສຍຫາຍດ້ານສະບຽງອາຫານສາກົນໄດ້ໄຂຂຶ້ນຢູ່ນະຄອນຈີນານແຂວງຊ່ານຕົ່ງ ສປ ຈີນໃນວັນທີ 10 ກັນຍານີ້, ຫົວຂໍ້ຂອງກອງປະຊຸມດັ່ງກ່າວຄື: ຫລຸດຜ່ອນຄວາມເສຍຫາຍ ແລະຄວາມຟຸມເຟືອຍດ້ານສະບຽງອາຫານ, ຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານໂລກ.
ຄຳເຫັນ
0