吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະກາດ​ຕົວ​ເລກ​ດັດຊະນີ​ການ​ຄ້າ​ຈີນ-​ອາ​ຊຽນ​ເປັນ​ເທື່ອທຳ​ອິດ

2021-09-12 14:10:22 CRI

ຈີນ​ປະກາດ​ຕົວ​ເລກ​ດັດຊະນີ​ການ​ຄ້າ​ຈີນ-​ອາ​ຊຽນ​ເປັນ​ເທື່ອທຳ​ອິດ_fororder_1631334754512_936_722x417


    ວັນ​ທີ 11 ກັນຍາ​ນີ້, ອົງການ​ພາ​ສີ​ແຫ່ງ​ຊາດ​ຈີນ ຮ່ວມ​ກັບ​ອົງການ​ປົກຄອງ​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງຊີ​ໄດ້​ປະກາດ​ຕົວ​ເລກ​ດັດຊະນີ​ການ​ຄ້າ​ຈີນ-​ອາ​ຊຽນ​ເປັນ​ເທື່ອທຳ​ອິດ ​ໃນ​ໄລຍະ​ຈັດ​ງານ​ວາ​ງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຄັ້ງ​ທີ 18.


    ຕົວ​ເລກ​ດັດຊະນີສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ປີ 2020, ຕົວ​ເລກ​ດັດຊະນີ​ກາ​ນຄ້າ​ຈີນ-​ອາ​ຊຽນ​ແມ່ນ 241,09​ ຈຸດ, ​ໄດ້​​ເພີ່ມ​ຂຶ້ນ 19,64% ​​ເມື່ອ​ທຽບ​ກັບ​ປີ 2019 ​ແລະ ​ໄດ້​ເພີ່ມ​ຂຶ້ນ 141,09% ​ເມື່ອ​ທຽບ​ກັບ​ປີ 2010, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຄ້າຂາ​ເຂົ້າຂາ​ອອກ​ກັນ​ອາ​ຊຽນຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ​ໜັກ​ແໜ້ນ.


    ປີ 2020, ​ໂດຍ​ຜະ​ເຊີນ​ໜ້າ​​ກັບສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​​ໂຄ​ວິດ​-​19 ທີ່ຮ້າຍ​ແຮງ, ຈີນ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ​ໄດ້ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ເພື່ອ​ຕ້ານ​ກັບ​​ພະຍາດ​​ໂຄ​ວິດ​-​19, ​ໄດ້​ຮັກສາ​ຕ່ອງ​​ໂສ້​ອຸດ​ສາ​ຫະ​ກຳ​ການ​ຜະລິດ ​ແລະ ຕ່ອງ​ໂສ້​ການ​ສະໜອງ​ສິນ​ຄ້າ​ໃນ​ພາກ​ພື້ນ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ ຮັບປະກັນ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​​​ໃຫ້​ມີ​ການພັດທະນາ, ອາ​ຊຽນ​ກໍ່​ໄດ້ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ເປັນ​ເທື່ອ​ທຳ​ອິດ. ຕົວ​ເລກ​ສະຖິຕິຂອງອົງການ​ພາສີ​ແຫ່ງ​ຊາດຈີນສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 8 ​ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ກັບ​ອາຊຽນຂອງ​ຈີນ​ບັນລຸ​ເຖິງ 3.590 ຕື້​ຢວນ, ​ເພີ່ມ​ຂຶ້ນ 22,8% ​​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ກວມ 14,5% ຂອງ​ຍອດ​ມູນ​ຄ່າຂາ​ເຂົ້າຂາ​ອອກ​ຂອງ​ຈີນ​ໃນ​ໄລຍະ​ດຽວ​ກັນ, ອາ​ຊຽນສືບຕໍ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ.

ຄຳ​ເຫັນ

0