李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດ​ພິ​ເສດຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ມະ​ເລ​ເຊຍ​ກ່າວ​ວ່າ, ການ​ຄ້າ​ສອງ​ຝ່າຍ​ຈີນ-ມະ​ເລ​ເຊຍ​ຈະ​ສ້າ​ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ອີກ​ຄັ້ງໃໝ່

2021-09-12 14:19:54 cri

ວັນ​ທີ 11 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ນະ​ຄອນ​ຫຼວງ​ກົວ​ລະ​ລຳ​ເບີ, ໃນ​ເວ​ລາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ແລກ​ປ່ຽນ​​ທາງການ​ຄ້າ​ມະ​ເລ​ເຊຍ-ຈີນ​ທີ່​ຈັດ​ຂຶ້ນ​ທາງ​ອອນ​ລາຍ, ທ່ານ​ຈ່າງ​ຊີ້ງ​ຊີ້ນ ທູດ​ພິ​ເສດ​ກ່ຽວ​ກັບ​ຈີ​ນ​ຂອງ​​ນາ​ຍົກ​ລັດ​ຖະ​ມົນ​ຕີມະ​ເລ​ເຊຍ​ກ່າວ​ວ່າ, ການ​ຄ້າ​ສອງ​ຝ່າຍ​ຈີນ-ມະ​ເລ​ເຊຍຈະ​ສ້າ​ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ອີກ​ຄັ້ງໃໝ່ແນ່ນອນ.

ທ່ານ​ຈ່າງ​ຊີ້ງ​ຊີ້ນ ຊີ້​ອອກວ່າ, ເສດ​ຖະ​ກິດ​ທົ່ວ​ໂລກ​ໄດ້​ປະ​ສົບ​​ກັບການ​ທ້າ​ທາຍ​​​ຢ່າງໃຫຍ່​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປີ 2020, ແຕ່​ວ່າ, ການ​ຄ້າ​​ລະ​ຫວ່າງສອງ​ຝ່າຍມະ​ເລ​ເຊຍ-​ຈີນກໍ​ຍັງ​ເພີ່ມ​ຂຶ້ນ​ຢ່າງ​ສວນ​ກະ​ແສ, ໄດ້​ບັນ​ລຸ​​ປະ​ມານ 80 ຕື້ 500 ລ້ານ​ໂດ​ລາສະ​ຫະ​ລັດ ເຊິ່​ງ​ເປັນ​ສະ​ຖິ​ຕິ​ໃໝ່. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ມະ​ເລ​ເຊຍ​ໃນ 12 ປີ​ລຽນ​ຕິດ, ສ່ວນ​ມະ​ເລ​ເຊຍ​ກໍ່​ກາຍ​ເປັນປະ​ເທດ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 9 ຂອງ​ຈີນ, ນີ້​​ເປັນການ​ຢັ້ງ​ຢືນ​ທີ່​ດີ​ທີ່​ສຸດ​​ຕໍ່​ການ​ພົວ​ພັນ​ຄູ່​ການ​ຄ້າ​ທີ່ດີ​ງາມ​ລະ​ຫວ່າງ​ມະ​ເລ​ເຊຍ​-​ຈີນ.

ທ່ານ​ຍັງ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ, ພາຍ​ຫຼັງ​ມະ​ເລ​ເຊຍແລະ​ຈີ​ນ​ໄດ້​ເຊັນ “ສັນ​ຍາວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ” ຫຼື RCEP ແລ້ວ, ການ​ພົວ​ພັນ​ຄູ່​ການ​ຄ້າ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ປັດ​ຈຸ​ບັນ, ກະ​ຊວງ​ການ​ຄ້າ​ສາ​ກົນ​ແລະ​ອຸດ​ສາ​ຫະ​ກິດ​ມະ​ເລ​ເຊຍ​ກຳ​ລັງ​ປັບ​ປຸງ​ຂໍ້​ຜູກ​ພັນ​ຂອງ​ສັນ​ຍາ​ດັ່ງ​ກ່າວ. ເມື່ອ​ປັບ​ປຸງ​ໃຫ້​ສົມ​ບູນ​ແລ້ວ, ການ​ຄ້າ​ສອງ​ຝ່າຍ ຈີນ-ມະ​ເລ​ເຊຍ​ຍ່ອມ​ຈະ​ສ້າ​ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງອີກ​ຄັ້ງ​​ໃໝ່​ຢ່າງ​ແນ່ນອນ.

ຄຳ​ເຫັນ

0