吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາ​ງສະ​ແດງສິນ​ຄ້າຈີນ​-ອາ​ຊຽນຄັ້ງ​ທີ 18 ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາຕະ​ກຳ

2021-09-12 14:02:19 cri

    ຫວ່າງ​ມໍ່ໆ​ມາ​ນີ້, ງານ​ວາງສະ​ແດງ​ສິນຄ້າຈີນ​-ອາ​ຊຽນຄັ້ງ​ທີ 18, ກອງ​ປະຊຸມ​ສຸດ​ຍອດ​ ​ການ​ຄ້າ ​ແລະ ການ​ລົງທຶນ​ຈີນ​-ອາ​ຊຽນ ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງ ​ເຂດ​ກວາງຊີ​ຈີນ. ​​ໃນ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​​ການຜະລິດ ​ແລະ ການ​ລົງທຶນ​ຈີນ​-ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ໄລຍະ​ງານ​ວາງສະ​ແດງ​ດັ່ງ​ກ່າວ, ທ່ານ​ນີ້​ງຈີ໋​ເຈີ໋ ຮອງ​ຫົວໜ້າ​ຄະນະ​ກຳມະການ​ການ​ພັດທະນາ ​ແລະ ການ​ປະຕິ​ຮູບ​ແຫ່ງ​ຊາດ​ຈີນຊີ້​ອອກ​ວ່າ, ຈີນ ​ແລະ ​ປະ​ເທດ​ອາ​ຊຽນພ້ອມ​ກັນ​ກໍ່​ສ້າງຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ການ​ຜະລິດ ​ແລະ ຕ່ອງ​​ໂສ້​ການ​ສະໜອງ​ສິນຄ້າ​ລະ​ດັບ​ພາກ​ພື້ນ​ທີ່ເປີດກ​ວ້າງກວ່າ​ເກົ່າ ​ແລະ ມີ​ຄວາມສາ​ມາດ​ຕ້ານ​ທານ​ສູງກວ່າ​ເກົ່າ,​ຮ່ວມກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕະ​ກຳ​ຈີນ​-ອາ​ຊຽນທີ່ແໜ້ນ​ແຟ້ນກວ່າ​ເກົ່າ, ​ເພື່ອສະໜອງພະລັງ​ຊຸກ​ດັນ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຟື້ຟູ​ເສດຖະກິດ​ພາກ​ພື້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ໝັ້ນ​ທ່ຽງ.

 

ງານ​ວາ​ງສະ​ແດງສິນ​ຄ້າຈີນ​-ອາ​ຊຽນຄັ້ງ​ທີ 18 ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາຕະ​ກຳ_fororder_5ec3c0caef7a4f7d8d08fe91b2dceccb_16x9


    ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ ​ແລະ ການ​ລົງທຶນ​ຈີນ​-ອາ​ຊຽນມີ​ຫົວຂໍ້​ວ່າ: ຮ່ວມ​ກັນຊຸກ​ຍູ້​​ການ​ຟື້ນ​ຟູເສດຖະກິດ​​ຫຼັງ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ໂຄວິດ-19, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​​ການຜະລິດ​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ​ຮ່ວມ​ກັນສ້າງ​ເວທີ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​​ໃຫ້​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ການ​ຜະ​ລິດ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ຈີນ-ອາ​ຊຽນ.

 

ຄຳ​ເຫັນ

0