莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເວ​ທີການ​ຄ້າ​ຂາຍ​ເຕັກ​​ໂນ​ໂລ​ຊີ​ຈີນ-ອາ​ຊຽນໄດ້​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ

2021-09-12 16:23:47 cri

​ເວ​ທີການ​ຄ້າ​ຂາຍ​ເຕັກ​​ໂນ​ໂລ​ຊີ​ຈີນ-ອາ​ຊຽນໄດ້​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ_fororder_ຢຢຢ

ວັນ​ທີ 9 ກັນ​ຍານີ້, ເວ​ທີ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ແລະ​ນະ​ວັດ​ຕະ​ກຳ​ແຫ່ງ​ການ​​​ຮ່ວມ​ມືລະ​ຫວ່າງ​ຈີນ-ອາ​ຊຽນ​ຄັ້ງ​ທີ 9 ທີ່​ມີ​ຫົວ​ຂໍ້​ວ່າ “ ​ການ​ພັດ​ທະ​ນາ​ທີ່​ປະ​ດິດ​ສ້າງ​ເພື່ອ​ໂອ​ກາດ ແລະ​ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ​ເພື່ອ​ອະ​ນາ​ຄົດ” ໄດ້​ຈັດ​ຂຶ້ນ​ທີ່​ນະ​ຄອນ​ນານ​ນິງ​ແຂວງກວ​າງ​ຊີ​ຂອງ​ຈີນ.

ຕາມ​ຂ່າວ​ໃຫ້​ຮູ້​ວ່າ, ໃນ​ດ້ານ​ການ​ສ້າງ​ຫ້ອງ​ທົດ​ ປີ 2021 ແມ່ນ ​ປີ​ແຫ່ງກາ​ນ​ພົວ​ພັນ​​ຂອງຄູ່​ສົນ​ທະ​ນາ​ຈີນ​-ອາ​ຊຽ​ງ​ທີ່​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 30 ປີ, ​ທັງແມ່ນ​ປີ​ຮ່ວມ​ມື​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຈີນ-ອາ​ຊຽນ. ໃນ​ດ້ານ​ການ​ຮ່ວມ​ມື​​ຖ່າຍ​ທອດເຕັກ​ໂນ​ໂລ​ຊີ​ນັ້ນ, ຈີນ​ອາ​ຊຽນ​ໄດ້​ສ້າງ​​ເຄືອ​ຄ່າຍການ​ຮ່ວມ​ມື​​ຖ່າຍ​ທອດເຕັກ​ໂນ​ໂລ​ຊີ​ທີ່​​​ກວມໄປອົງ​ການ​ແລະ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ແລະ​ອາ​ຊຽນ ຫຼັງ​ການ​ສ້າງ​ຕັ້ງ​ສູນ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ຈີນ-ອາ​ຊຽນ​ 8 ປີ​ມານີ້.

ຕາມ​ຂ່າວ​ໃຫ້​ຮູ້​ວ່າ, ໃນ​ດ້ານ​ການ​ສ້າງ​ຫ້ອງ​ທົດລອງ​ຮ່ວມ​ກັນ​ນັ້ນ, ຈີນ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ລິ​ເລີ່ມ​ການ​ສ້າງ​ຫ້ອງ​ທົດ​ລອງ​ຮ່ວມ​ລະ​ດັບ​ຊາດ 10 ແຫ່ງ​ແລ້ວ​ເຊັ່ນ: ຫ້ອງ​ທົດ​ລອງ​ຮ່ວມຈີນ-ອິນ​ໂດ​ເນ​ເຊຍ​ດ້ານ​ເຕັກ​ນິກ​ຊີ​ວະ​ຊາດ, ​ແລະ​ຫ້ອງ​ທົດ​ລອງ​ຮ່ວມ​ຈີນ-ລາວ​ດ້ານ​ພະ​ລັງ​ງານ​ໃໝ່​ແລະ​ພະ​ລັງ​ງານ​ທີ່​ສາ​ມາດ​ນຳ​ໃຊ້​ໃໝ່​ໄດ້​ ແລະ​ອື່ນໆ, ​ແລະ​ສະໜັບ​ສະ​ໜູນ​ອົງ​ການ​ຄົ້ນ​ຄວ້າ​ສອງ​ຝ່າຍ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ໝັ້ນ​ຄົງ​ຍາວ​ນານ. ໃນ​ດ້ານ​ການ​ຮ່ວມ​ມື​ເຂດ​ສວນ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ​ການ​ສ້າງ​ພາ​ລະ​ກິດ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ນັ້ນ, ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ແລະຫຼາຍ​ປະ​ເທດ​ອາ​ຊຽນ​ເຊັ່ນ​ໄທ ຟີ​ລິບ​ປິນ ແລະ​ອິນ​ໂດ​ເນ​ເຊຍ​ເປັນ​ຕົ້ນ​ໄດ້​ເລີ່ມ​ຕົ້ນ​ການ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສ້າງ​ເຂດ​ສວນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ນະ​ໂຍ​ບາຍ, ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ແລະ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ລະ​ກັນ​ດ້ານ​​ຜູ້​ຄຸ້ມ​ຄອງ​ບໍ​ລິ​ຫານ​ເຂດ​ສວນ​ດັ່ງ​ກ່າວ, ເພື່ອ​ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ແບບ​ໄຮ​ເຕັກ​ແລະ​ສ້າງ​ພາ​ລະ​ກິດ​ແບບ​ການ​ປະ​ດິດ​ສ້າງ​ໃໝ່.

ເວ​ທີ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ແລະ​ນະ​ວັດ​ຕະ​ກຳ​ແຫ່ງ​ການ​​​ຮ່ວມ​ມືລະ​ຫວ່າງ​ຈີນ-ອາ​ຊຽນ​ຄັ້ງ​ທີ 9 ໄດ້​ຊຸກ​ຍູ້​ໃຫ້​ມີ​ໝາກ​ຜົນ​ການ​ຮ່ວມ​ມື​ນະ​ວັດ​ຕະ​ກຳ​ສຳ​ຄັນ​ອີກ​ຄັ້ງໃໝ່. ໃນ​ງານ​ດັ່ງ​ກ່າວ ໄດ້​ເລີ່ມ​ຕົ້ນເວທີ​ການຄ້າເຕັກໂນໂລຊີຈີນ-ອາຊຽນ ແລະ​ສະ​ຖານ​ທີ່ການປະດິດສ້າງ ​ສຳລັບຜູ້ທີ່ມີພອນສະຫວັນທາງດ້ານວິທະຍາສາດແລະເຕັກໂນໂລຊີຈີນ -ອາຊຽນ. ເຊິ່ງເວທີ​ການຄ້າເຕັກໂນໂລຊີຈີນ-ອາຊຽນ ສາ​ມາດເຮັດ​ໃຫ້​ຂໍ້​ມູນ​ຂ່າວ​ສານ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂອ​ງ​ຈີນ​ແລະ​ປະ​ເທດອ​າ​ຊຽນ​​ແລກ​ປ່ຽນ​​ໄດ້ຢ່າງ​ຖືກ​ເປົ້າ​ໝາຍ, ສະ​ແດງ​ໃຫ້​ເຫັນ​ວ່າ “ທ່າ​ກຳ​ປັ່ນ​ຂໍ້​ມູນ​ຂ່າວ​ສານ”ທີ່​ບໍ​ລິ​ການ​ທາງ​ດ້ານ​ຊັບ​ພະ​ຍາ​ກອນ​​ແລະການ​ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຊີລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ. ສ່ວນ ສະ​ຖານ​ທີ່ການປະດິດສ້າງ ສຳລັບຜູ້ທີ່ມີພອນສະຫວັນທາງດ້ານວິທະຍາສາດແລະເຕັກໂນໂລຊີຈີນ -ອາຊຽນ ຕົ້ນ​ຕໍ​ແມ່ນ​ສະ​ໜອງ​ການ​ບໍ​ລິ​ການ​ໃຫ້​ແກ່​ຜູ້​ມີ​ພອນ​ສະ​ຫວັນ​ດ້ານ​ການ​ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຊີ​ຂອງ​ອາ​ຊຽນ​ໃນ​ດ້ານ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ເຕັກ​ໂນ​ໂລ​ຊີ​ວິ​ທະ​ຍາ​ສາດ, ການ​ເຊື່ອມ​ຕໍ່​ໂຄງ​ການ, ການ​ຝຶກ​ອົບ​ຮົມ​ດ້ານ​ການ​ສ້າງ​ພາ​ລະ​ກິດ, ແລະ​ໃຫ້​ໝາກ​ຜົນ​ການ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ​ສາ​ມາດ​ຫັນ​ມາ​ເປັນ​ຜະ​ລິດ​ຕະ​ພັນ​ຕົວ​ຈິງ ເຫຼົ່າ​ນີ້​ເປັນ​ຕົ້ນ, ເຊິ່ງ​​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ເວ​ທີ​ການ​ບໍ​ລິ​ການ​ດ້ານ​ຜູ້​ມີ​​ພອນ​ສະ​ຫວັນ​ດ້ານ​ການ​ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຊີ​ໃໝ່​ແລະ​ການ​ແລກ​ປ່ຽນ​ບຸກ​ຄະ​ລາ​ກອນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ.

ຄຳ​ເຫັນ

0