吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ໃນ​ສັນ​ຍາ​ການ​ລົງ​ທຶນ​ທີ່​ໄດ້​ເຊັນ​ກັນ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່

2021-09-12 14:17:59 CRI

ຍອດ​ມູນ​ຄ່າ​ໃນ​ສັນ​ຍາ​ການ​ລົງ​ທຶນ​ທີ່​ໄດ້​ເຊັນ​ກັນ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່_fororder_a8fe6d8be6b64b07b766fad36472df22_16x9

    ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອ​າ​ຊຽນ, ກອງ​ປະ​ຊຸມ​ສຸດຍອດ​ທາງ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ໄດ້​ເລີ່ມ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນີງ ເຂດກວາງ​ຊີ​ຈີນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້. ມາ​ຮອດ​ປັດ​ຈຸ​ບັນ, ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ນີ້, ຍອດ​ມູນ​ຄ່າ​ໃນ​ສັນ​ຍາ​ການ​ລົງ​ທຶນ​ໃນ 179 ໂຄງ​ການ​ຈາກ​ສາ​ກົນ ແລະ ຈີນ​ໄດ້​ບັນ​ລຸຫຼາຍກວ່າ 300 ຕື້ຢວນ, ເປັນ​ສະ​ຖິ​ຕິ​ໃໝ່​ຂອງຍອດ​ມູນ​ຄ່າ​ຂອງ​ເຊັນ​ສັນ​ຍາ​ການ​ລົງ​ທຶນ​ທີ່​ໄດ້​ເຊັນ​ກັນ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃນ​ທຸກ​ຄັ້ງ​ຜ່ານ​ມາ.


    ໃນ 179 ໂຄງ​ການ​ທີ່​ໄດ້​ເຊັນ​ສັນ​ຍາ​ການ​ລົງ​ທຶນ​ນັ້ນ ມີ​ການ​ລົງ​ທຶນ​ທີ່​ຢູ່​ຕ່າງ​ປະ​ເທດ, ກໍ່​ມີ​ໂຄ​ງົນ​ລົງ​ທຶນ​ຢູ່​ພາຍ​ໃນ​ປະ​ເທດ. ມູນ​ຄ່າ​ການ​ລົງ​ທຶນ​ຕາມ​ສະ​ເລ່ຍ​ແລ້ວ​ໄດ້​ມີ​ເກືອບ 1 ຕື້ 700 ລ້ານຢວນ, ໂຄງ​ການ​ທີີ່​ມີ​ມູນ​ຄ່າ​ການ​ລົງ​ທຶນ​ສູງກວ່າ 1 ຕື້ຢວນ ມີ 33 ໂຄງ​ການ.


     ຂ່າວ​ແຈ້ງວ່າ, ໂຄງ​ການ​ທີ່​ໄດ້​ເຊັນ​ສັນ​ຍາ​ກັນ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ​ນີ້​ໄດ້​ກວມ​ເຖິງ​ຫຼາຍ​ຂົງ​ເຂດ ເຊັ່ນ: ຂໍ້​ມູນ​ເອ​ເລັກ​ໂຕຼນິກ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ປະ​ຢັດ​ພະ​ລັງ​ງານ ແລະ ອະ​ນຸ​ລັກ​ສິ່ງ​ແວກ​ລ້ອມ, ອຸດ​ສາ​ຫະ​ກຳ​ຕ່ຳ​ແຜ່ນ, ລົດ​ຍົນ, ພະ​ລັງ​ງານ​ໃໝ່ ແລະ ວັດ​ສະ​ດຸ​ໃໝ່​ເປັນ​ຕົ້ນ.

ຄຳ​ເຫັນ

0