何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້

2021-09-13 11:06:09 CRI

ວັນ​ທີ 12 ກັນ​ຍາ​ນີ້, ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ, ທ່ານ​ຮຸນ​ເຊັນ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ກຳ​ປູ​ເຈຍ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້ ​ທີ່​ປຶກ​ສາ​ແຫ່ງ​ລັດ, ​ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນທີ່​ພວມ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ.

 

ທ່ານ​ຮຸນເຊັນ​ກ່າວ​ວ່າ, ເຖິງວ່າ​ກຳ​ປູ​ເຈຍ​ເປັນ​ປະ​ເທດ​ນ້ອຍ, ແຕ່​ຈະ​ບໍ່​ທໍ້​ຖອຍ​ແລະຍອມ​ຈຳ​ນົນ ​ຕໍ່​​ແຮງ​ກົດ​ດັນ​ຈາກ​ພາຍນອກ, ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ທີ່​​ເປັນ​ທຳ​ຂອງ​ຈີນ​ໃນ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ແກນ​ກາງ​ຂອງ​ຈີນ ເຊັ່ນ: ບັນ​ຫາ​ໄຕ້​ຫວັນ, ບັນ​ຫາ​ຮົງ​ກົງ, ບັນ​ຫາ​​ຊິ່ນ​ຈ່ຽງ ແລະ​ອື່ນໆ.  ກຳ​ປູ​ເຈຍ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ແກ່​ກຳ​ປູ​ເຈຍ​ໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19, ກຳ​ປູ​ເຈຍຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກັບ​ຈີນ​ໃນ​​ການ​ຕ້ານ​ກັບພະ​ຍາດ​​ໂຄວິດ-19, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ​ການ​ກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ ແລະ​ຂົງ​ເຂດ​ອື່ນໆ​ໃຫ້​ຂຶ້ນ​ສູ່​ລະ​ດັບ​​ໃໝ່​ທີ່ສູງກວ່າ​ເກົ່າ. ກຳ​ປູ​ເຈຍ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​​ຄວາມ​ຄິດ​ເຫັນກັບ​ຈີນ, ປ້ອງ​ກັນ​ບໍ່​ໃຫ້​ອິດ​ທິ​ກຳ​ລັງ​ນອກ​ພາກ​ພື້ນ​ສ້າງ​ຄວາມ​ວຸ້ນ​ວາຍ​​ໃຫ້​ກັບ​ວຽກ​ງານ​ພາກ​ພື້ນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສ​ະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

 

ທ່ານ​ວາງ​ຢີ້​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ວັກ​ຊີນ ແລະ ອຸ​ປະ​ກອນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ແກ່​ກຳ​ປູ​ເຈຍ, ຈົນກວ່າ​ກຳ​ປູ​ເຈຍ​​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ຕ້ານ​ພະ​ຍາດ​ໃນ​ທີ່​ສຸດ. ຈີ​ນ​ຍິນ​ດີ​ຮ່ວມ​ກັບ​ກຳ​ປູ​ເຈຍ​ເລັ່​ງ​​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຢ່າງ​ມີ​ຄຸນ​ນະ​ພາບ​ສູງໃຫ້​ໄວ​ຂຶ້ນ, ຊ່ວຍ​ເຫຼືອ​ກຳ​ປູ​ເຈຍ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0