刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ດີ​ຈີ​ຕອນ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ຈີນ-ອາ​ຊຽນ

2021-09-13 16:42:05 cri

 

ວັນ​ທີ 10 ຫາ​ວັນ​ທີ 13 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ແລະ​ກອ​ງ​ປ​ະ​ຊຸມ​ສຸດຍອດ​ດ້າ​ນ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດກວ​າງ​ຊີ​ປະ​ເທດ​ຈີນ, ເສດ​ຖະ​ກິດ​ດີ​ຈີ​ຕອນ​ແມ່ນ​ໜຶ່ງ​ໃນ​ຂົງ​ເຂດ​ສຳ​ຄັນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຝ່າຍ​ຕ່າງໆ. ໃນ​ໄລ​ຍະຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ປະ​ເພດ​ຕ່າງໆ ເຊັ່ນ: ການ​ໂອນເງິນ​ເຄື່ອນ​ທີ່, ການ​ຄ້າ​ເອ​ເລັກ​ໂຕຼນິກ ແລະ​ອື່ນໆ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ແລະ​ຄວາມ​ເຂັ້ມ​ແຂງ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ຢ່າງ​ຕໍ່​ເນື່ອງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ທາງ​ດ້ານ​ເສດ​ຖະ​ກິດຂອງ​ຈີນ​ ກໍ​ຄື​ຂອງ​ອາ​ຊຽນ.

ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂ້າມ​ຊາ​ດ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ນັບ​ແຕ່ປີ 2016 ເປັນ​ຕົ້ນ​ມ​າ, ຈີນ​ແລະ​ 22 ປະ​ເທດ​ໄດ້​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ສອງ​ຝ່າຍ ເຊິ່ງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດ​ອາ​ຊຽນ ເປັນ​ຕົ້ນ: ກາ​ເຟ​ຂອງ​ຫວຽດ​ນາມ, ໝາກ​ໄມ້​ຈຳ​ພວກ​ເປືອກ​ແຂງຂອງ​ກຳ​ປູ​ເຈຍ ແລະ​ໝາກ​ຖົ່ວ​ລຽນ​ຂອງ​ໄທ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ບໍ​ລິ​ໂພກ​ໃນ​ເວ​ທີ​ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂອງ​ປະ​ເທດ​ຈີນ.

ໃນ​ 6 ເດືອນ​ທຳ​ອິດ​​ຂອງປີ​ນີ້, ມູ​ນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ຊຽນ​ມີຫຼາຍກວ່າ 410 ຕື້​ໂດ​ລາ​ສະ​ຫະ​ລັດ, ອາ​ຊຽນ​ໄດ້​ສືບ​ຕໍ່​ເປັນ​ຄູ່​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ ແລະ​ຄູ່​ການ​ລົງ​ທຶນ​ທີ່​ສຳ​ຄັນຂອງ​ຈີນ.

ຄຳ​ເຫັນ

0