何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ຕະຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 130 ຈະ​ຈັດ​ຂຶ້ນ​ໃນຮູບ​ແບບ​ອອນ​ລາຍ ແລະ ອອ​ຟ​ລາຍ​ພ້ອມ​ກັນ​ເປັນ​ຄັ້ງ​ທຳ​ອິດ

2021-09-13 11:19:40 CRI

ງານ​ຕະຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 130ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸ​ລາ​ໜ້າ​ນີ້​ຈະ ຈັດ​ຂຶ້ນ​ໃນຮູບ​ແບບ​ອອນ​ລາຍ ແລະ ອອ​ຟ​ລາຍ​ພ້ອມ​ກັນ​ເປັນ​ຄັ້ງ​ທຳ​ອິດ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ສູນ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​​ຂອງຈີນ​ໄດ້​ຈັດ​ງານ​ແນະ​ນຳ​ງານ​ວາງ​ສະ​ແດງ​ທີ່​ກ່ຽວ​ຂ້ອງສຳ​ລັບ​ນັກ​ທຸ​ລະ​ກິດ​ຈັດ​ຊື້​ຂອງ​ຕ່າງ​ປະ​ເທດ​ຢູ່​ນະ​ຄອນກວາງ​ໂຈ່, ​ເພື່ອນຳ​ໃຊ້​ຊ່ອງ​ທາງ​ການ​ຕະຫຼາດ​ຂອງ​ທົ່ວ​ໂລກ, ​ທັງເຊື້ອ​ເຊີນ​ນັກ​ທຸ​ລະ​ກິດ​ຈັດ​ຊື້​ສິນ​ຄ້າ​ຕ່າງ​ປະ​ເທດ​ມາ​ຮ່ວມ​ງານ.

 

ງານ​ຕະຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 130ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ຕຸ​ລາ​ໜ້າ​ນີ້, ຈະ​ຈັດ​ຂຶ້ນ​ໃນ​ຮູບ​ແບບທາງ​ອອນ​ລາຍ ແລະ ອອ​ຟ​ລາຍ​ພ້ອມ​ກັນ​ເປັນ​ຄັ້ງ​ທຳ​ອິດ ໂດຍ​ຖື​ເອົາ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ພາຍ​ໃນ​ເປັນຫຼັກ ແລະ ສາ​ກົນ​​ເປັນ​ການ​ຊ່ວຍ​ຊູ​ຍູ້​ໜູນເປັນ​ຫົວ​ຂໍ້ຫຼັກ, ຄາດ​ວ່າ​ຈະ​ມີ​ບໍ​ລິ​ສັດ​ສະ​ໜອງ​ສິນ​ຄ້າ​ຄຸນ​ນະ​ພາບ​ສູງ​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ​ທັງ​ໝົດຫຼາຍກວ່າ 25 ພັນ​ແຫ່ງ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້.

 

ຕາມ​ຂ່າວ​ແຈ້ງວ່າ, ງານ​ຕະຫຼາດ​ນັດ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຈີນ​ຄັ້ງ​ທີ 130ຈະ​ໃຊ້​ມາດ​ຕະ​ການທີ່​ເອື້ອ​ອຳ​ນວຍ​ເພື່ອ​ດຶງ​ດູດ​ນັກ​ທຸ​ລະ​ກິດ​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ, ​ຈະຈັດ​ກິດ​ຈະ​ກຳ​ແນະ​ນຳ​ງານ​ວາງ​ສະ​ແດງ​ທາງ​ອອນ​ລາຍ 52 ຄັ້ງ​ຢູ່ 40 ປະ​ເທດ ແລະ​ເຂດ​ແຄວ້ນ.

ຄຳ​ເຫັນ

0