何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ມາເລ​ເຊຍ​ມີ​ທ່າ​ອ່ຽງ​ຟື້ນ​ຄືນ​ໃໝ່, ໃນ​ເດືອນ​ສິງ​ຫາ​ປີ​ນີ້​​ມີ​ເງິນ​ທຶນ​ຂອງ​ຕ່າງ​ປະ​ເທດ​​ໄຫຼ​ເຂົ້າ​ສູ່​ມາ​ເລ​ເຊຍ 2 ຕື້​ໂດ​ລາ​ສະ​ຫະ​ລັດ

2021-09-13 11:15:07 CRI

ວັນ​ທີ 12 ກັນ​ຍາ​ນີ້, ທ່ານອິ​ສ​ເມວ ຊາບ​ຣີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມະ​ເລ​ເຊຍ​ກ່າວ​ວ່າ, ເສດ​ຖະ​ກິດ​ມາ​ເລ​ເຊຍ​ມີ​ທ່າ​ອ່ຽງ​ວ່າ​ຈະ​ຟື້ນ​ຄືນ​ໃໝ່.

 

​ທ່ານ​ອິ​ສ​ເມວ​ໄດ້ຂຽນ​ບົດ​ຄວາມ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ໂດຍ​ກ່າວ​ວ່າ, ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ແຫ່ງ​ຊາດ​ມາ​ເລ​ເຊຍ, ປ​ະ​ລິ​ມານ​​ການ​ໄຫຼ​ເຂົ້າ​ຂອງທຶນ​ຕ່າງ​ປະ​ເທດ​ສູ່​ມາ​ເລ​ເຊຍ​ໄດ້​ສ້າງ​ພື້ນ​ຖານອັນ​ໜັກ​ແໜ້ນກວ່າ​ເກົ່າ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​​ຄືນ​ໃໝ່ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2021.

 

ທ່ານ​ອິ​ສ​ເມວ​ກ່າວ​ວ່າ, ໃນ​ເດືອນ​ສິງ​ຫາ​ປີ​ນີ້, ວົງ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ທີ່​ໄຫຼ​ເຂົ້າ​ສູ່​ມ​າ​ເລ​ເຊຍ​ມີ​ປະ​ມານ 2 ຕື້​ໂດ​ລາ​ສະ​ຫະ​ລັດ, ທຶນ​ຕ່າງ​ປະ​ເທດ​ໄດ້​ກາຍ​ເປັນ​​ຜູ້​ເຂົ້າ​ຊື້​ພັນ​ທະ​ບັດ​ທີ່​ສຳ​ຄັນ​ທີ່​ເປັນ​ເງິນ​ລິງ​ກິດ​ຂອງ​ມາ​ເລເ​ຊຍ.

ຄຳ​ເຫັນ

0