刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸ​ຕິ​ທຳ​ ເພື່ອ​ນຳ​ຄວາມ​ຫວັງ​​ມາໃຫ້​ແກ່​ຊາວ​ໂລກຫຼາຍກວ່າ​ເກົ່າ

2021-09-14 17:32:56 cri

ຈີນຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸ​ຕິ​ທຳ​ ເພື່ອ​ນຳ​ຄວາມ​ຫວັງ​​ມາໃຫ້​ແກ່​ຊາວ​ໂລກຫຼາຍກວ່າ​ເກົ່າ_fororder_b63048c7ec2cf8e715d45e58a08f5eee

ອີງ​ຕາມ​ຕົວ​ເລກ​ສະ​ຖິ​ຕິຫຼ້າ​ສຸດ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ນັບ​ມາ​ຮອດ​ເວ​ລາ 22 ໂມງ 36 ນາ​ທີ​ຂອງວັນ​ທີ 13 ກັນ​ຍາ​ນີ້, ທົ່ວ​ໂລກ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 220 ລ້ານ​ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 4,63 ລ້ານ​ຄົນ. ນອກ​ນີ້, ຕົວ​ເລກ​ສະ​ຖິ​ຕິ​ດັ່ງ​ກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ອາ​ເມ​ຣິ​ກາ, ອິນ​ເດຍ, ອັງ​ກິດ, ຟິ​ລິບ​ປິນ ແລະ​ຕວກ​ກີ​ແມ່ນ 5 ປະ​ເທດ​ທີ່​ມີ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່ຫຼາຍ​ທີ່​ສຸດ, ອາ​ເມ​ຣິ​ກາ, ຣັດ​ເຊຍ, ແມັກ​ຊິກ, ເບຼ​ຊິນ ແລະ​ມາ​ເລ​ເຊຍ​ແມ່ນ 5 ປະ​ເທດ​ທີ່​ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່ຫຼາຍ​ທີ່​ສຸດ.

ອີງ​ຕາມ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ນີ້​, ການ​ສັກ​ວັກ​ຊີນແມ່ນ​ໜ້າ​ວຽກສຳ​ຄັນ​ຂອງ​ໂລກ. ແຕ່ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ​​ໄດ້​ພ້ອມ​ກັນ​ມິດ​ງຽບ​ໃນ​ເລື່ອງ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​​ດ້ານວັກ​ຊີນ. ເຖິງວ່າ​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ຮັ່ງ​ມີ​ອື່ນໆ​ໄດ້​ໃຫ້​ການຊ່ວຍ​ເຫຼືອ​ວັກ​ຊີນ​​ຈຳ​ນວນ​ໜຶ່ງ​ແລ້ວ, ແຕ່​ຍັງ​ໜ້ອຍກວ່າ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ປາກ​ໄວ້.

ຈີນຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸ​ຕິ​ທຳ​ ເພື່ອ​ນຳ​ຄວາມ​ຫວັງ​​ມາໃຫ້​ແກ່​ຊາວ​ໂລກຫຼາຍກວ່າ​ເກົ່າ_fororder_d6ca7bcb0a46f21f5e49ae4c719073690d33aeea

ວັນ​ທີ 8 ກັນ​ຍາ​ນີ້, ທ່ານ​​ເຕ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ WHO ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່​ຄຳ​ໝັ້ນ​ສັນ​ຍາຂອງ​ປະ​ເທດ​ຮັ່ງ​ມີ ທີ່​ຈະ​ຊ່ວຍ​ເຫຼືອ​ວັກ​ຊີນ​ແຕ່ບໍ່​ເປັນ​ໄປ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ໄວ້. ທ່ານ​ກ່າ​ວ​ວ່າ: ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ໃຫ້ການ​ຊ່ວຍ​ເຫຼືອວັກ​ຊີນຫຼາຍກວ່າ 1 ຕື້ຫຼອດ, ແຕ່​ໃນ​ຕົວ​ຈິງ​ມີບໍ່​ເຖິງ 15%. ທ່ານ​ກ່າວ​ຕື່ມ​ວ່າ: “ພວກ​ເຮົາ​ບໍ່​​ຕ້ອງ​ການ​ຄຳ​ໝັ້ນ​ສັນ​ຍາ​ຫຼາຍກວ່າ​ນີ້​ອີກ​ແລ້ວ, ​ແຕ່ພວກ​ເຮົາ​ຕ້ອງ​ການ​ວັກ​ຊີນ​ເທົ່າ​ນັ້ນ.”

​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ ທີ່ຂ້ຽວ​ຂາດໃນ​ທົ່ວ​ໂລກ, ຈີນ​ພວມ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ຝ່າຍ​ຕ່າງໆ ໂດຍ​ສະ​ເພາະ​​ໄດ້ຊ່ວຍ​ເຫຼືອ​​ປະ​ເທດ​​ພວມ​ພັດ​ທະ​ນາໃຫ້​ສາ​ມາດ​ໄດ້​ຮັບ​ວັກ​ຊີນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ ແລະ​ນຳ​ຄວາມ​ຫວັງ​ມາ​ໃຫ້​ແກ່​​ຊາວ​ໂລກຫຼາຍກວ່າ​ເກົ່າ, ໃນ​ເວ​ລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ຜູ້ນຳ​ປະ​ເທດ​ບຣິກສຄັ້ງທີ 13 ຜ່ານ​ທາງ​ວີ​ດີ​ໂອໃນ​ວັນ​ທີ 9 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກາດ​ວ່າ: ນອກ​ຈາກ​ຈີນ​ໃຫ້​ການຊ່ວຍ​ເຫຼືອ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ກັບ “ແຜນ​​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19” ແລ້ວ, ຈີນ​​ຍັງຈະ​ຊ່ວຍ​ເຫຼືອວັກ​ຊີນ​ໂຄວິດ-19 ​​ໃຫ້​ກັບ​ປະ​ເທດ​ທີ່ພວມ​ພັດ​ທະ​​ນາ​ເປັນຈຳ​ນວນ 100 ລ້ານຫຼອດ​ພາຍ​ໃນ​ປີ​ນີ້. ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້​, ຈີນ​ໄດ້​ຊ່ວຍ​ເຫຼືອ​ວັກ​ຊີນ​ແລະ​ວັກ​ຊີນ​ເຄິ່ງ​ສຳ​ເລັດ​ຮູບຫຼາຍກວ່າ 1 ຕື້ຫຼອດໃຫ້​ກັບ 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ທັງ​ຈະ​ພະ​ຍາ​ຍາມ​​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ 2 ຕື້ຫຼອດ​ແກ່​ປະ​ເທດ​ຕ່າງໆໃນ​ປີ​ນີ້.

ຄຳ​ເຫັນ

0