何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ

2021-09-14 13:54:14 CRI

ວັນ​ທີ 13 ກັນ​ຍາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດທັງ​ເປັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ໄດ້​ພົບ​ປະກັບ​ທ່ານວິ​ວຽນ ບາ​ລາ​ຄ​ຣິ​ສ​ນານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ ຢູ່​ທີ່​ປະ​ເທດ​ສິງ​ກະ​ໂປ.

 

ທ່ານ​ວາງ​ຢີ້​ກ່າວ​ວ່າ, ຈີນ ແລະ ສິງ​ກະ​ໂປ​ໄດ້​ຍຶດ​ໝັ້ນ​ ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແລະ​ການ​ພັດ​ທະ​ນາ​ເປັນ​ຫຼັກ, ໄດ້ຊຸກ​ຍູ້​ການ​​ຂະ​ຫຍາຍ​ສາຍພົວ​ພັນ​ຈີນ-ສິງ​ກະ​ໂປ​ໄປ​ພ້ອມ​ກັບ​ຄວາມ​ກັບ​ຄວາມ​ກ້າວ​ໜ້າ​ຂອງ​ຍຸກ​ສະ​ໄໝ, ​ເຊິ່ງໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ​ກັບ​ສິງ​ກະ​ໂປ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ, ​ຮ່ວມ​ກັນຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ, ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ​ຟື້ນ​ຄືນ​ໂດຍ​ໄວ, ຮ່ວມ​ກັນ​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

 

ທ່ານ​ວິ​ວຽນ​ກ່າວ​ວ່າ, ສິງ​ກະ​ໂປ​ຂໍ​ສະ​ແດງ​ຄວາມຊົມ​ເຊີຍ​ຈີນ​ທີ່​ສາ​ມາດດ້​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ສຳ​ເລັດ​ຜົນ, ຂອບ​ໃຈ​ຝ່າຍ​ຈີນ​ທີ່​ຊ່ວຍ​ເຫຼືອ​ວັກ​ຊີນ​ໃຫ້ແກ່​ສິງ​ກະ​ໂປ. ສິງ​ກະ​ໂປ​ຍິນ​ດີ ລົງ​ເລິກ​ການ​ຮ່ວ​ມ​ມື ​ກັບ​​ຈີນ​​ໃນ​ຂົງ​ເຂດ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ການ​ຄ້າ, ການ​ລົງ​ທຶນ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ພັດ​ທະ​ນາ​ສີ​ຂຽວ ແລະ​ອື່ນໆ. ສິງ​ກະ​ໂປ​ຍິນ​ດີ​ຮ່ວມ​ກັບ​ຈີນ, ຍຶດ​ໝັ້ນ​ໃນ​​ລັດ​ທິຫຼາຍ​ຝ່າຍ​ເພື່ອແກ້​ໄຂ​ບັນ​ຫາ​ໃໝ່ ແລະ ສິ່ງ​ທ້າ​ທາຍ​ໃໝ່​, ຊຸກ​ຍູ້​ການ​ພັດ​ທະ​ນາ​​ໂລກ​ຍຸດ​ຕິ​ທຳ ແລະ ຍືນ​ຍົງ​.

ຄຳ​ເຫັນ

0