郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຂອງ​ໄທ​ໃນ​ເດືອນ​ສິງ​ຫາ​​ໄດ້ເພີ່ມ​ຂຶ້ນ​ເກືອບ7ໝື່ນ​ກໍ​ລະ​ນີ

2021-09-15 17:09:23 cri

ວັນ​ທີ14ກັນ​ຍານີ້,ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂ​ອງ​ໄທ​ໄດ້​ປະ​ກາດ​ຕົວ​ເລກ​ຂໍ້​ມູນ​ກ່ຽວ​ກັບ ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຂອງປະ​ເທດ​ຕົນທີ່​ມີ​ອາ​ຍຸ 6-18ປີ​ນັບ​ແຕ່​ເດືອນ​ເມ​ສາ​ຫາ​ເດືອນ​ກັນ​ຍາ ໂດຍ​ສະ​ແດ​ງ​ໃຫ້​ເຫັນ​ວ່າ: ກຸ່ມ​ຄົນ​ເຫຼົ່າ​ນີ້​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19​ ລວມ​ທັງ​ໝົດ​ 129.165 ກໍ​ລະ​ນີ, ພຽງ​ແຕ່​ເດືອນ​ສິງ​ຫາ​ກໍ່​ໄດ້​ເພີ່ມ​ຂຶ້ນ 69.628 ກໍ​ລະ​ນີ, ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ລວມ​ທັງ​ໝົດ​ມີ15ຄົນ.

ເຖິງວ່າຢູ່​ປະ​ເທດ​ໄທ​ບໍ່​ທັນ​ໄດ້​ຟື້ນ​ຟູການ​ຮຽນ-ການ​ສອນ​ຄືນ​ໃໝ່​ຍ້ອນ​ສະ​ພາບ​ພະ​ຍາດ​ໂຄວິດ-19​ກໍ​ຕາມ, ແຕ່​ຈຳ​ນວນຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທີ່​ຕິດ​ເຊື້ອ​​ໄວ​ຣັດ​ໂຄວິດ-19​ພັດ​ຍັງ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ວາ, ສາ​ເຫດ​ຕົ້ນ​ຕໍ​ແມ່ນ​ຕິດ​ແປດ​​ຈາກ​ຄອບ​ຄົວ. ມາ​ຮ​ອດ​ວັນ​ທີ11ກັນ​ຍາ​ຜ່ານ​ມາ,ຢູ່​ໄທ ມີຊາວ​ໜຸ່ມ​ເຍົາ​ວະ​ຊົນ​74.932ຄົນໄດ້​ສັກ​ວັກ​ຊີນ​ເຂັມ​ທີ​ໜຶ່ງ​ແລ້ວ, 3241 ຄົນ​ສັກ​ຄົບ​ສອງ​ເຂັມ.ກະ​ຊວງ​ສາ​ທາ​ລະ​ນະ​ສຸ​ກ​ຂອງ​ໄທ​ມີ​ແຜນ​ຈະ​ເລີ່ມ​ສັກ​ວັກ​ຊີນ​ໃຫ້​ນັກ​ຮຽນ​ມັດ​ທະ​ຍົມ​ທົ່ວ​ປະ​ເທດ​ແຕ່​ເດືອນ​ຕຸ​ລາໜ້າ​ນີ້​ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0