吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທ​ຈະ​ເປີດ 5 ແຂວງ ເຊິ່ງ​ລວມ​ທັງ​ບາງກອກ​ຕໍ່​ນັກ​ທ່ອງ​ທ່ຽວ​ສາ​ກົນ​ແຕ່​ວັນ​ທີ 1 ຕຸ​ລານີ້​ເປັນ​ຕົ້ນ​ໄປ ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ

2021-09-15 11:41:30 CRI

    ວັນ​ທີ 14 ກັນ​ຍາ​ນີ້, ທ່ານ​ພິ​ພັດ ຣັດ​ຊະ​ກິດ​ປະ​ການ ລັດ​ຖ​ະ​ມົນ​ຕີ​ກະ​ຊວງທ່ອງ​ທ່ຽວ ແລະ ກິ​ລາ​ໄທ​ໄດ້​ໃຫ້​ສຳ​ພາ​ດ​ຕໍ່​ສື່ມວນ​ຊົນ​ວ່າ, ຫຼັງ​ຈາກ​ເປີດ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ ເຊັ່ນ: ພູ​ເກັດ, ພັງ​ງາ, ກະ​ບີ່ ແລະ ສຸ​ຣາດ​ທະ​ນີເປັນ​ຕົ້ນ​ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດແລ້ວ, ຈະ​ເປີດ​ອີກ​ 5 ແຂວງ​ອີກ ຄື: ນະ​ຄອນ​ຫຼວງ​ບາງ​ກອກ, ຊົນ​ບຸ​ລີ, ເພດ​ບຸ​ລີ, ປະ​ຈວບ​ຄີ​ຣີ​ຂັນ ແລະ ຊຽງ​ໃໝ່​ແຕ່​ວັນ​ທີ 1 ຕຸ​ລາ​ປີ​ນີ້​ເປັນ​ຕົ້ນ​ໄປ, ພ້ອມ​ທັງ​ຈະ​ອອກ​ແຮງ​ຊຸກ​ຍູ້​​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ດັ່ງ​ກ່າວ​ໃຫ້​ຟື້ນ​ຟູ.


    ​ໃນ​ໄລ​ຍະ​ຕໍ່​ໜ້າ, ໄທ​ຍັງ​ຈະ​ສືບ​ຕໍ່​ເປີດ 21 ແຂວງ ເຊິ່ງ​ລວມ​ທັງ​ຊຽງຣາຍ, ສຸ​ໂຂ​ໄທ​ ແລະ ອະ​ຍຸ​ທະ​ຍາ​ແຕ່​ວັນ​ທີ 15 ຕຸ​ລາ​ປີ​ນີ້​ເປັນ​ຕົ້ນ​ໄປ, ແລະ​ຈະ​ຮ່ວມ​ມື​ກັບ​ປະ​ເທດ​ໃກ້​ຄຽງ​ເພື່ອ​ຊຸກ​ຍູ້​ການ​ເປີດ​ການ​ທ່ອງ​ທ່ຽວ​ເຊິ່ງ​ກັນ​ແລະ​ກັນ.

ຄຳ​ເຫັນ

0