李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ກາງ​ຂອງ​ມຽນ​ມາປ້ອນ​ເງິນ​ເຂົ້າຕະ​ຫຼາດ​ອີກ 8 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອເຮັດ​ໃຫ້​ອັດ​ຕາແລກ​ປ່ຽນມີ​ຄວາມ​ດຸນ​ດ່ຽງ

2021-09-16 15:05:24 cri

ວັນ​ທີ 15 ກັນ​ຍາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​​ປ້ອນ​ເງິນ​ເຂົ້າ​ຕະ​ຫຼາດ​ອີກ 8 ລ້ານ​ໂດ​ລາ​ສະ​ຫະ​ລັດ​ດ້ວຍ​ອັດ​ຕາ​ແລກ​​ປ່ຽນ​ເງິນທາງ​ການ 1750​ ຕໍ່ 1 ໂດ​ລາ, ເພື່ອເຮັດ​ໃຫ້​ອັດ​ຕາແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ມີ​ຄວາມ​ໝັ້ນ​ທ່ຽງ. ​ນັບແຕ່​ຕົ້ນ​ປີ​ນີ້​ຈົນ​ຮອດ​ປັດ​ຈຸ​ບັນ, ທະ​ນາ​ຄານ​ກາງມຽນ​ມາ​ໄດ້​ປ້ອນເງິນໂດ​ລາ​​ເຂົ້າ​ຕະ​ຫຼາດ​ແລ້ວ 33 ຄັ້ງ ລວມ​ທັງ​ໝົດ​ເປັນ​ເງິນ 144,8 ລ້ານ​ໂດ​ລາ​ສະ​ຫະ​ລັດ​. ນອກ​ຈາກ​​ປ້ອນເງິນ​ໂດ​ລາ​​ເຂົ້າ​ຕະ​ຫຼາດ​ແລ​ກ​ປ່ຽນ​ເງິນ​ຕາ​ແລ້ວ, ທະ​ນາ​ຄານ​ກາງ​ມຽນ​ມາ​ຍັງ​ຮຽກ​ຮ້ອງ​ໃຫ້​ວິ​ສ​າ​ຫະ​ກິດທີ່​ເຮັດ​ການ​ຄ້າ​ສົ່ງ​ອອກ ​ນຳເອົາ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​​ຍັງ​ບໍ່​ທັນ​ຕ້ອງ​ການໃຊ້​ພາຍ​ໃນ 4 ເດືອນ​ຕໍ່​ໜ້າ​ນັ້ນ ປ້ອນເຂົ້າ​ຕະ​ຫຼາດ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ ດ້ວຍ​ຮູບ​ແບບ​​ຂາຍ​ອອກ​ແລະ​ອື່ນໆ.

ແຕ່​ວ່າ, ການ​ກະ​ທຳ​ຫຼາຍ​ຢ່າງ​ຂອງ​ທະ​ນາ​ຄານ​ກາງ​ຍັງ​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ທ່ວງ​ທ່າຄ່າ​ເງິນ​ຈາດ​ອ່ອນ​ຄ່າ​ໄດ້, ປັດ​ຈຸ​ບັນ, ​ຄ່າ​ເງິນ​ຈາດ​ໄດ້​ອ່ອນ​ຄ່າ​ຫຼາຍ​ຄື: ຫຼາຍກວ່າ 2000 ຈາດ​ຕໍ່ 1 ໂດ​ລາ, ເຊິ່ງ​ເປັນ​ລະ​ດັບອ່ອນ​ຄ່າ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຈາດ.

ຄຳ​ເຫັນ

0