吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ບຸນມະ​ໂຫລານ​ສິລະ​ປະພື້ນ​ເມືອງ​ສາກົນ​ກຳ​ແພງ​ເມືອງ​ຈີນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ປີ 2021

2021-09-16 11:29:30 cri

ວັນ​ທີ 15 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​​ເຖິງບຸນມະ​ໂຫລານ​ສິລະ​ປະ​ພື້ນ​ເມືອງ​ສາກົນກຳ​ແພງ​ເມືອງ​ຈີນ “ໜຶ່ງ​​ແລວ​ໜຶ່ງ​ເສັ້ນທາງ" ປີ 2021.

ທ່ານ​ກ່າວ​ວ່າ: ການຈັດ​ບຸນມະ​ໂຫລານ​ສິລະ​ປະ​ພື້ນ​ເມືອງ​ສາກົນ​ກຳ​ແພງ​ເມືອງ​ຈີນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຄັ້ງ​ນີ້​ມີ​ຜົນ​ດີ​ຕໍ່​ການສົ່ງ​ເສີມ​ຄຸນຄ່າ​ມໍ​ລະ​ດົກ​ວັດທະນະທຳ​ໂລກ​ຂອງເສັ້ນທາງ​ສາຍ​ໄໝ ​ແລະກຳ​ແພງ​ເມືອງຈີນ, ​ເປັນ​ການສະໜອງ​ເວທີດ້ານສິລະ​ປະ​ພື້ນ​ເມືອງ​ໃຫ້​ກັບ​ບັນດາ​ປະ​ເທດ, ​ເປັນ​ການ​ສ້າງ​ຂົວ​ຕໍ່​ດ້ານການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ, ສ້າງ​ເສັ້ນທາງ​ການ​ແລ​ກປ່ຽນດ້ານ​ອາລະຍະ​ທຳ​ເຊິ່ງກັນ ​ແລະ​ກັນ. ຈີນ​ໄດ້​ຖື​ເອົາ​ທັດສະນະດ້ານ​ອາລະຍະ​ທຳ​ທີ່​ສະ​ເໝີ​ພາບ, ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ​ກັນ, ​ສົນທະນາ ​ແລະ​ກວມ​ລວມ, ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ, ຊຸກຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ຍຶດໝັ້ນ​ໃນ​ຫຼັກການ​ສ້າງ​ຄວາມກົມກຽວ ແລະ​ສະຫງວນ​ທ່າທີ​ທີ່​ຕ່າງ​ກັນ, ຍ້ອງຍໍ​ສັນລະ​ເສີນ​ຄວາມ​ງາມ​​ເຊິ່ງ​ກັນ ​ແລະ​ກັນ, ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ຄວາມ​ກ້າວໜ້າ​ດ້ານ​ອາລະຍະ​ທຳ​ຂອງ​ມວນ​ມະນຸດ.

ບຸນມະ​ໂຫລານສິລະ​ປະ​ພື້ນ​ເມືອງ​ສາກົນ​ກຳ​ແພງ​​ເມືອງ​ຈີນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ປີ 2021 ​ໄດ້​​ເປີດ​ສາກຂຶ້ນ​ຢູ່​​ເມືອງ​ລາງ​ຟາງ​ແຂວງ​ເຮີ​ເປີ​ຍຈີນ​ໃນ​ມື້​ດຽວ​ກັນ, ​ໂດຍພາຍ​ໃຕ້​ຫົວ​ຂໍ້ “ການ​ເຊື່ອມ​ໂຍງ​ສິລະ​ປະວັດ​ທະນະ​ທຳ, ສ້າງ ​‘ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ’ ຮ່ວມ​ກັນ”.

ຄຳ​ເຫັນ

0