ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 15 ກັນຍານີ້, ຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມພະຍາດລະບາດຂອງນະຄອນເກຊອນປະເທດຟິລິບປິນໄດ້ຢຶນຢັນວ່າ: ຢູ່ໂບດແຫ່ງໜຶ່ງຂອງນະຄອນເກຊອນໄດ້ເກີດມີການຕິດເຊື້ອພະຍາດໂຄວິດ-19 ແບບເປັນກຸ່ມ ເຊິ່ງຜົນການກວດນິວຄະເລອິກຫາເຊື້ອໄວຣັດໂຄວິດ-19 ຂອງ 114 ຄົນເປັນຜົນບວກ, ໃນນັ້ນ, ລວມທັງແມ່ຊີ 61 ຄົນ.
ມາຮອດປັດຈຸບັນນີ້, ໃນຈຳນວນ 114 ຄົນທີ່ຖືກບົ່ງມະຕິເປັນພະຍາດໂຄວິດ-19 ດັ່ງກ່າວນັ້ນ, ມີ 86 ຄົນມີອາການເບົາ, 4 ຄົນມີອາການປານກາງ, 2 ຄົນມີອາການໜັກ ແລະ 22 ຄົນທີ່ເຫຼືອນັ້ນແມ່ນບໍ່ສະແດງອາການເລີຍ. ບ້ານທີ່ໂບດຕັ້ງຢູ່ນັ້ນຖືກປິດແລ້ວ.
ຄຳເຫັນ
0