李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດຈຳ​ໜ່າຍ​ລົດ​​ພະ​ລັງ​ງານ​ໃໝ່​ຂອງ​ຈີນ ເປັນ​ອັນ​ດັບ​ໜຶ່ງຂອງໂລກ 6 ປີ​ລຽນ​ຕິດ

2021-09-17 16:13:08 ​cri

ວັນ​ທີ 16 ກັນ​ຍາ​ນີ້, “ກອງ​ປະ​ຊຸມ​ລົດ​​ພະ​ລັງ​ງານ​ໃໝ່​ໂລກ​ປີ 2021” ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂ​ແຂວງ​ໄຫ​ຫຼຳ​. ຕາມ​ຂ່າວ​ແຈ້ງວ່າ, ຍອດຈຳ​ໜ່າຍ​ແລະ​ຜະ​ລິດລົດ​ພະ​ລັງ​ງານ​ໃໝ່​ຂອງ​ຈີນ ເປັນ​ອັນ​ດັບ​ໜຶ່ງ​​ຂອງ​ໂລກ 6 ປີ​ລຽນ​ຕິດ, ຈີນ​ພວມ​ອອກນະ​ໂຍ​ບາຍ​ແລະ​ກຳ​ນົດ​ແຜນ​ການ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ລົດ​ພະ​ລັງ​ງານ​ໃໝ່ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.

ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ແນະ​ນຳ​​ໃຫ້​ຮູ້ວ່າ, ພາຍ​ຫຼັງ​ໄດ້​​ປະ​ຕິ​ບັດ​ການທົດ​ລອງ​​ນຳ​ໃຊ້​ລົດ​ສ່ວນ​ບຸກ​ຄົນ, ໂຄງ​ການ​ແບບ​ຢ່າງ​ການ​ນຳ​ໃຊ້​ແລະ​ນະ​ໂຍ​ບາຍ​​ໃຫ້ບູ​ລິ​ມະ​​ສິດແລະ​ເງິນ​ອຸດ​ໜູນ​ແລ້ວ, ຂະ​ແໜງ​ການ​ລົດ​​ພະ​ລັງ​ງານ​ໃໝ່​ຂອງ​ຈີນ​ໄດ້​ຄ່ອຍ​ໆ​ພັດ​ທະ​ນາ​ຈາກ​ຂົງ​ເຂດ​ລົດ​ຮັບ​ໃຊ້ສາ​ທາ​ລະ​ນະ​​ໄປ​ສູ່​ຂົງ​ເຂດລົດ​ສ່ວນ​ບຸກ​ຄົນ, ຍອດ​ ຈຳ​ໜ່າຍ​​ແລະ​ຜະ​ລິດ​ລົດ​ພະ​ລັງ​ງານ​ໃໝ່​ໄດ້ເປັນ​ອັນ​ດັບ​ໜຶ່ງ​ຂອງໂລກ​ 6 ປີ​ລຽນ​ຕິດ, ເຊິ່ງກວມ​ຫຼາຍກວ່າ 50% ໃນ​ຍອດ​​ຈຳ​ໜ່າຍແລະ​ຜະ​ລິດ​ລົດ​ພະ​ລັງ​ງານ​ໃໝ່​ຂອງ​ ​ໂລກ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຫຼ້​າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ເດືອນ​ມັງ​ກອ​ນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ລົດ​​ພະ​ລັງ​ງານ​ໃໝ່​ທີ່​ຈຳ​ໜ່າຍພາຍ​ໃນ​ປະ​ເທດ​ຈີນ ​ມີທັງ​ໝົດ​ 1 ລ້ານ 8 ແສນ​ຄັນ, ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 1,9 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຄຳ​ເຫັນ

0