莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກ້າວສູ່ອະນາຄົດຮ່ວມກັນ

2021-09-17 18:32:30 cri

ກ້າວສູ່ອະນາຄົດຮ່ວມກັນ_fororder_微信图片_20210917173106

ວັນທີ 17 ກັນຍານີ້, ຄຳຂວັນປະຈຳງານກິລາໂອລິມປິກລະດູໜາວແລະງານໂອລິມປິກຄົນພິການລະດູໜາວປັກກິ່ງ 2022 ຄື: ກ້າວສູ່ອະນາຄົດຮ່ວມກັນ ໄດ້ຖືກຖະແຫຼງຕໍ່ພາຍນອກຢ່າງເປັນທາງການ,  ນີ້ແມ່ນຄຳເຊື້ອເຊີນຂອງຈີນທີ່ມີຕໍ່ທົ່ວໂລກ, ເຊິ່ງໄດ້ສົ່ງຄວາມຄອງຄອຍອັນດີງາມຂອງປະຊາຊົນຈີນ 1 ຕື້ 400 ລ້ານຄົນທີ່ວ່າ:  ຍິນດີຮ່ວມມືກັບປະຊາຄົມໂລກກ້າວເດີນໄປໜ້າ, ເບິ່ງແຍງຊ່ວຍເຫຼືອເຊິ່ງກັນແລະກັນ, ແລະຮ່ວມກັນສ້າງອະນາຄົດທີ່ສົດໃສໂດຍພາຍໃຕ້ຈິດໃຈໂອລິມປິກ.

ຄຳຂວັນເປັນສັນຍາລັກສຳຄັນອີກອັນໜຶ່ງຂອງງານກິລາໂອລິມປິກຫຼາຍສະໄໝທີ່ຜ່ານມາ, ເພື່ອສະແດງໃຫ້ເຫັນຄວາມປາຖະໜາແລະວັດຖຸປະສົງຂອງການຈັດງານກິລາໂອລິມປິກປັກກິ່ງ, ແລະໃຫ້ມີເອກະລັກພິເສດ, ຄະນະຈັດງານກິລາໂອລິມປິກປັກກິ່ງ ໄດ້ເລີ່ມຕົ້ນການປະກວດຄຳຂວັນຂອງງານມາແຕ່ເດືອນພຶດສະພາປີ 2020, ເມື່ອໄດ້ຜ່ານການໃຫ້ຄະແນນຫຼາຍຮອບ ແລະຮັບຟັງຄວາມຄິດເຫັນຂອງຊ່ຽວຊານຕ່າງໆ, ພາຍຫຼັງໄດ້ເປັນເອກະສັນກັບຄະນະໂອລິມປິກສາກົນແລະຄະນະໂອລິມປິກຄົນພິການສາກົນແລ້ວ, ສຸດທ້າຍຈຶ່ງໄດ້ຕົກລົງເອົາ “ກ້າວສູ່ອະນາຄົດຮ່ວມກັນ”ເປັນຄຳຂວັນຂອງງານກິລາໂອລິມປິກລະດູໜາວປັກກິ່ງ.

ກ້າວສູ່ອະນາຄົດຮ່ວມກັນ_fororder_微信图片_20210917173110

ພາຍໃຕ້ສະພາບການທີ່ທົ່ວໂລກກຳລັງຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19,ງານກິລາໂອລິມປິກປັກກິ່ງໄດ້ສະເໜີຄຳຂວັນດັ່ງກ່າວແມ່ນເພື່ອຈຸດປະສົງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງມວນມະນຸດໃນເວລາປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກ, ແລະສົ່ງຕໍ່ຄວາມໝັ້ນໃຈແລະຄວາມຫວັງຕໍ່ອະນາຄົດທີ່ສົດໃສ,ແມ່ນການລິເລີ່ມທີ່ສະແຫວງຫາເປົ້າໝາຍຮ່ວມກັນເຊັ່ນສາມັກຄີ, ສັນຕິພາບ, ຄວາມກ້າວໜ້າ, ແລະຄວາມໂອບອ້ອມອາລີ, ແມ່ນການໂຄສະນານ້ຳໃຈໂອລິມປິກທີ່ວ່າ: ຍິ່ງໄວ, ຍິ່ງສູງ, ຍິ່ງເຂັ້ມແຂງ, ແລະຍິ່ງສາມັກຄີ, ເຊິ່ງສະແດງໃຫ້ເຫັນຄວາມປາຖະໜາຮ່ວມກັນຂອງໂລກທີ່ວ່າຕ້ອງຮ່ວມມືກັນກ້າວສູ່ອະນາຄົດທີ່ສົດໃສ.

ຄຳ​ເຫັນ

0