吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ນັບ​ຖອຍຫຼັງ​ການຈັດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງທີ 4 ຍັງ​ເຫຼືອ​ອີກ 50 ວັນ

2021-09-17 15:07:50 cri

ວັນ​ທີ 16 ກັນຍາ​ນີ້, ກອງ​ປະຊຸມ​ນັບ​ຖອຍຫຼັງ​ການຈັດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທີ 4 ຍັງ​ເຫຼືອ​ພຽງ 50 ວັນ ​ເຊິ່ງ​ໄດ້​ແນະນຳ​ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານກະກຽມ​ຫຼ້າ​ສຸດ. ງານ​ວາງສະ​ແດງ​ຄັ້ງນີ້​ຈະ​ມີ​ເນື້ອ​ທີ່​ວາງສະ​ແດງ​ຂອງ​ວິ​ສາ​ຫະກິດ ​ແລະ​ທຸລະ​ກິດ​ຫຼາຍ​ກວ່າ 360000 ຕາ​ແມັດ, ມີ​ຈຳນວນ​ວິ​ສາ​ຫະກິດ​ທີ່​ໄດ້​ເຊັນ​ສັນຍາ​ເຂົ້າຮ່ວມ​ຫຼາຍ​ກວ່າ​ປີ​ກາຍ. ງານ​ວາງສະ​ແດງ​ຄັ້ງ​ນີ້​ຈະ​ນຳ​ໃຊ້ 14 ​ເຂດ​ຂອງ​ສູນ​ວາງສະ​ແດງ​ແຫ່ງ​ຊາດ​ຊຽງ​ໄຮ, ມີ​ຫ້ອງ​ວາງສະ​ແດງ 12 ຫ້ອງມີ​ເນື້ອ​ທີ່​ຫຼາຍ​ກວ່າ 1000 ຕາ​ແມັດ. ມີ 500 ບໍລິສັດ​ແຖວ​ໜ້າ​ຂອງ​ໂລກ ​ແລະ​ວິ​ສາ​ຫະກິດ​ນຳ​ໜ້າ​ຂອງ​ຂະ​ແໜງ​ການ​ຕ່າງໆ​ເຂົ້າຮ່ວມ, ​ໃນ​ນັ້ນ​ມີ​ຫຼາຍ​ກວ່າ 80% ​ເຄີຍ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຈີນ​ປີຜ່ານມາ. ​ໃນ​ປີ 2021, ມີ​ຈຳນວນ​ປະ​ເທດ ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ​ປີ 2020, ​ແລະ​ຈຳນວນ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ນ້ອຍ​ຂອງ​ຕ່າງປະ​ເທດ​ຈະ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້​ເພີ່ມ​ຂຶ້ນ 30%.

ຄຳ​ເຫັນ

0