秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຄບຊູນຍານອະວະກາດເສີນໂຈ່ວເລກ 12 ຂອງຈີນໄດ້ພານັກບິນອະວະກາດລົງສູ່ພື້ນໂລກດ້ວຍຜົນສຳເລັດອັນຈົບງາມ

2021-09-17 16:53:59 cri

​ອີງ​ຕາມ​ອົງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ: ເວ​ລາ 13 ໂມງ 34 ນາ​ທີ​ຂອງວັນ​ທີ 17 ກັນ​ຍາ​ນີ້, ​ແຄບ​ຊູນຍານ​ອະ​ວະ​ກາດບັນ​​ທຸກຄົນ​ເສີນ​ໂຈ່ວເລກ 12 ​ຂອງ​ຈີນໄດ້​ກັບ​ຄືນ​ສູ່​ພື້ນ​ໂລກ​ຢູ່​ເຂດ​ລົງ​ຈອດ​ຕົ່ງ​ເຟີ່ງ​ຢ່າງ​ສຳ​ເລັດ​ຜົນ. ທ່ານ​ເນ້ຍ​ໄຫ​ເຊີ່ງ, ທ່ານຫຼີວ​ໂປ​ມິງ ແລະ​ທ່ານ​ທ່າ​ງ​ຫົງ​ໂປ່, ​ນັກ​ບິນ​ອະ​ວະ​ກາດ​ຈີນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນ​ອະ​ວະ​ກາດ​ຄັ້ງ​ນີ້ ໄດ້​ອອກ​ຈາກ​​ແຄບ​ຊູນຍານ​ອະ​ວະ​ກາດ​ຢ່າງ​ປອດ​ໄພ ​ແລະ​ມີສຸ​ຂະ​ພາບ​ດີ. ຍານ​ອະ​ວະ​ກາດ​ເສີນ​ໂຈ່ວ​ເລກ 12 ​ຂອງ​ຈີນ​ໄດ້​ເຮັດສຳ​ເລັດ​ໜ້າ​ທີ່​ການ​ບິນ​ອະ​ວະ​ກາດ​ບັນ​ທຸກຄົນ​ຢ່າງ​ຈົບງາມ.

ຍານ​ອະ​ວະ​ກາດບັນ​ທຸກ​ຄົນ​ເສີນ​ໂຈ່ວເລກ 12 ​ ໄດ້​ຖືກສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ຈາກ​ສູນ​ສົ່ງດາວ​ທຽມ​ຈິວ​ສວນ​ຂອງ​ຈີນ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ປີ​ນີ້. ຫຼັງ​ຈາກ​ນັ້ນ ຍານ​ອະ​ວະ​ກາດ​ດັ່ງ​ກ່າວ​ໄດ້​ເຊື່ອ​ມ​ຈອດ​ກັບ​ຍານ​​ແກນ​ກາ​ງ(ໂມ​ດູນ)​ທ່​ຽນເຮີ, ນັກ​ບິນ​ອະ​ວະ​ກາດ​ຈີນ 3 ​ທ່ານ​ດັ່ງ​ກ່າວ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ປະ​ຈຳ​ຢູ່​ຍານ​​ແກນ​ກາງ​ທ່ຽນ​ເຮີ​ເປັນ​ເວ​ລາ 3 ເດືອນ. ໃນ​ໄລ​ຍະໂຄ​ຈອນ​ຢູ່ວົງ​ໂຄ​ຈອນ, ນັກ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ອອກ​ໄປ​ເຄື່ອນ​​ໄຫວ​ຢູ່ນອກ​ຍານ​ອະ​ວະ​ກາດ 2 ຄັ້ງ ພ້ອມ​ທັງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຕ່າງໆ​ດ້ານ​ວິ​ທະ​ຍາ​ສາດ ແລະ​ເຕັກ​ນິກ​ອະ​ວະ​ກາດ​ຕ່າງໆ.

ຄຳ​ເຫັນ

0