刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ສຳ​ເລັດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ກຳ​ປູ​ເຈຍ, ສິງ​ກະ​ໂປ ແລະ​ ສ.ເກົາຫຼີ

2021-09-18 16:30:08 cri

 

ວັນ​ທີ 17 ກັນ​ຍາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ກຳ​ປູ​ເຈຍ, ສິງ​ກະ​ໂປ ແລະ ສ.ເກົາຫຼີ ແລະໄດ້​ຮັບ​ການ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ວ່າ: ການ​ຢ້ຽມ​ຢາມ 4 ປະ​ເທດ​ອາ​ຊີ​ເທື່ອ​ນີ້, ໂດຍ​ຜ່ານ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງກວ້າງ​ຂວາງ​ແລະ​​ເລິກ​ເຊິ່ງ​ກັບບຸກ​ຄົນ​ສຳ​ຄັນ​ທາງ​ການ​ເມືອງ 4 ປະ​ເທດ​ດັ່ງ​ກ່າວ, ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ຈະ​ສືບ​ຕໍ່​ສົ່ງ​ເສີມ​ມິດ​ຕະ​ພາບ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ກັນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ​ລົງ​ເລິກ​ການ​ຮ່ວມ​ມື​ກັນ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຝ່າຍ​ຕ່າງໆ​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດໂຄວິດ-19 ​ໃນ​ຕໍ່​ໜ້າ. ຈີນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ຕ່າງໆ​ເພື່ອ​ຕ້ານ​ພະ​ຍາດ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ, ສືບ​ຕໍ່​ໃຫ້​ບູ​ລິ​ມະ​ສິດ​​ການ​ຊ່ວຍ​ເຫຼືອແກ່​ປະ​ເທດ​ອາ​ຊຽນ​ໃນ​ດ້ານ​ວັກ​ຊີນ. ຝ່າຍ​ຕ່າງໆ​ເຫັນ​ດີ​ໃຫ້​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຮ່ວມ​ກັນ, ຊຸກ​ຍູ້​ການ​ປ້ອງ​ກັນ​ພະ​ຍາດ​ແລະ​ການ​ຟື້ນ​ຟູ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ປະ​ສານ​ສົມ​ທົບ​ກັນ.

ຄຳ​ເຫັນ

0