黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ສິ​ກຳ​ກຸ່ມ 20 ປະ​ເທດ​ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມືສາ​ກົນ

2021-09-18 11:03:02 cri

ວັນ​ທີ 17 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ສິ​ກຳ​ກຸ່ມ 20 ປະ​ເທດໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຟີ​ເຣັນ​ເຈີ​​ປະ​ເທດ​ອີ​ຕາ​ລີ​ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ກຸ່ມ​ 20 ປະ​ເທດ. ຜູ້​ຕາງ​ໜ້າ​ຂອງ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ຂອງ​ໂລກ​ໄດ້​ປຶກ​ສາ​ຫາ​ລື​ຫຼາຍ​ຫົວ​ຂໍ້​ກ່ຽວ​ກັບ​ຂົງ​ເຂດ​ກະ​ສິ​ກຳ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທ່ານສະ​ເ​ຕ​ຟາ​ໂນ ​ພັດ​ນ​ທນ​ເນ​ລີ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ກະ​ສິ​ກຳ​ອີ​ຕາ​ລີ​ກ່າວ​ວ່າ: ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເພີ່ມ​ຄວາມ​ບໍ່​ແນ່ນອນ​ໃຫ້​ກັບ​ຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອາ​ຫານ​ຂອງ​ໂລກ, ມີ​ຄວາມ​ຈຳ​ເປັນ​ຕ້ອງ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ປະ​ຕິ​ບັດ​ມາດ​ຕະ​ການ​ລະ​ອຽດ​ຢ່າງ​ກ້າ​ຫານ, ເຮັດ​ໃ​ຫ້​ນະ​ໂຍ​ບາຍ​ກະ​ສິ​ກຳ​​ມີ​ຄວາມທຽງ​ທຳ​ກວ່າ​ເກົ່າ​ແລະ​ສາ​ມາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ​ຊູ່​ຕຸ່ງ​ຢ​ວີ້, ຜູ້​ອຳ​ນວຍ​ໃຫຍ່​ອົງ​ການ​ຟາວ ໄດ້​ຍ້ອງ​ຍໍ​ກຸ່ມ 20 ປະ​ເທດ​​ວ່າໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ໄລ​ຍະ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ສາ​ມາດ​ຫຼຸດ​ຜົນ​ກະ​ທົບ​ຂອງ​ພະ​ຍາດ​ໂຄວິດ-19 ​ທີ່​ມີຕໍ່​ກະ​ສິ​ກຳ, ແຕ່​ວ່າ​ສິ່ງ​ທ້າ​ທາຍ​ຍັງ​ຄົງ​​ມີ​ຢູ່. ທ່ານ​ຊູ່​ຕຸ່ງຢ​ວີ້ ຊີ້​ໃຫ້​ເຫັນ​ວ່າ, ອີງ​ຕາມ​ການ​ປະ​ເມີນ​ຂອງ​ອົງ​ການ​ຟາວ, ອັດ​ຕາ​ສ່ວນ​ຂອງປະ​ຊາ​ກອນ​ທີ່​ບໍ່​ມີ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​​​ຢູ່​ໃນ​ໂລກໄດ້​​ເພີ່ມ​ຂຶ້ນຈາກ 8,4% ​ເປັນ​ປະ​ມານ 9,9%. ສະ​ນັ້ນ, ທ່ານ​​ຈຶ່ງຫວັງ​ວ່າ​ຝ່າຍ​ຕ່າງໆ​​ຈະໃຫ້​ການ​ຊ່ວຍ​ເຫຼືອ​ຊາວ​ກະ​ສິ​ກອນ​ຢູ່​ແຫ່ງ​ຕ່າງໆ​ທີ່​ເກີດ​ຄວາມ​ວຸ້ນ​ວາຍ​ໃນ​ໂລກ.

ຄຳ​ເຫັນ

0