李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ ກັບ​​ເພື່ອນມິດ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຫຼາຍ​ທ່ານ ​ສົ່ງ​ຄຳ​ອວຍ​ພອນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ກັນ​ແລະ​ກັນ

2021-09-19 17:30:25 cri

ເນື່ອງ​ໃນ​ໂອ​ກາດ​ບຸນ​ໄຫວ້​ພະ​ຈັນ ບຸນ​ປະ​ເພ​ນີ​ຈີນ​ໃກ້​ຈະ​ວຽນ​ມາ​ເຖິງ​ນີ້, ທ່ານ ເຊີ້ນ​ຫາຍ​ຊົງ, ຜູ້​ອຳ​ນວຍ​ການ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ ກັບ​ເພື່ອນມິດ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ຫຼາຍ​ທ່ານ ​ໄດ້ສົ່ງ​ຄຳ​ອວຍ​ພອນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ກັນ​ແລະ​ກັນ.

ທ່ານ ເຊີ້ນ​ຫາຍ​ຊົງ​ ກ່າວ​ວ່າ, ບຸນ​ໄຫວ້​ພະ​ຈັນ​ແມ່ນ​ບຸນທີ່​ຄອບ​ຄົວ​ຢູ່​ພ້ອມ​ໜ້າ​ກັນ​ແລະຫຼິ້ນ​ບຸນ​ຮ່ວມ​ກັນ. ​ໃນ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ຊາດ​ຈີນ ໄດ້​ຖື​ວ່າ​ຄອບ​ຄົວ​ມີ​ຄວາມ​ສຸກ​ແລ້ວ, ປະ​ເທດ​ຊາດ​ກໍ່​ຈະ​ມີ​ຄວາມ​ສະ​ຫງົບ​ເຊັ່ນ​ກັນ, ຖ້າ​ປະ​ເທດ​ຕ່າງໆ​ມີ​ຄວາມ​ສະ​ຫງົບ, ​ກໍ​ຈະ​ເຮັດ​ໃຫ້ໂລກ​ມີ​ຄວາມ​ກົມ​ກຽວ​ກັນ. ​ໂລກໃນ​ຍຸກ​ນີ້​ພວມ​ຮຽກ​ຮ້ອງ​ສັນ​ຕິ​ພາບ, ຄວາມ​ປອງດອງ​ແລະ​ຄວາມ​ກົມ​ກຽວ​ກັນ, ​ພວກເຮົາ​ຈົ່ງ​ເກາະ​ແຂ​ນ​ກັນ, ​ພະ​ຍາ​ຍາມ​ຮ່ວມ​ກັນ ເພື່ອ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ, ​ຍຸ​ຕິ​ທຳ​ແລະ​ດີ​ງາມ, ​ແລະຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0