何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ຈີນ​ກວ່າ 1 ຕື້ 100 ລ້ານ​ຄົນ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19​ແລ້ວ

2021-09-19 17:13:11 CRI

ຫ້ອງ​ການ​ກົນ​ໄກ​ປ້ອງ​ກັນ ແລະ​ຄວບ​ຄຸມ​ຮ່ວມ​ຂອງ​ລດ​ຖະ​ບານ​ຈີນ​ໃຫ້​ຮູ້​ວ່າ, ນັບ​ມາ​ຮອດ​ວັນ​ທີ 18 ກັນ​ຍາ 2021, ຈີນ​ໄດ້​ລາຍ​ງານ​ການ​ສັກ​ວັດ​ຊີນ​ໃຫ້​ປະ​ຊາ​ຊົນ​ຈີນ​ນັບ​ລວມ​ແລ້ວໄດ້ 2.174.043.000 ຫຼອດ​, ຜູ້​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ມີ​ເຖິງ 1.100.842.000 ຄົນ​, ເຊິ່ງກວມ​ເອົາ 78% ຂອງ​ປະ​ຊາ​ກອນ​ທົ່ວ​ປະ​ເທດ​ຈີນ.

 

ເລີ່ມ​ແຕ່​ວັນ​ທີ 15 ທັນ​ວາ​ປີ 2020, ຈີນ​ເລີ່ມ​ປະ​ຕິ​ບັດ​ວຽກ​ງານ​ສັກ​ວັກ​ຊີນ​ໃຫ້​ແກ່​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ສູງ; ເລີ່ມ​ແຕ່​ເດືອນ​ມີ​ນາ​ປີ 2021 ເປັນ​ຕົ້ນ​ມາ, ໄດ້​ເລັ່ງ​ລັດ​ການ​ສັກ​ວັກ​ຊີນ​ໃຫ້​ທົ່ວ​ປວງ​ຊົນ​ໂດຍ​ບໍ່​ເກັບ​ຄ່າ, ເຊິ່ງ​ມາດ​ຕະ​ການ​ສຳ​ຄັນ​ຕ່າງໆ​​ກໍ​ເພື່ອເຮັດ​ໃຫ້​ວັກ​ຊີນ​​ສາ​ມາດ ເຂົ້າ​ເຖິງ​ປະ​ຊ​າ​ຊົນ​ຢ່າງກວ້າງ​ຂວາງ​ທີ່​ສຸດ, ແລະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ ສຸ​ຂະ​ພາບ​​ຮ່າງ​ກາຍຂອງ​ປະ​ຊາ​ຊົນ.

 

ຄຳ​ເຫັນ

0