何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູ​ຕາ​ນຸ​ທູ​ດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ຍ້ອງ​ຍໍ​ວຽກ​ງານ​ກະ​ກຽມ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2021-09-19 16:27:12 CRI

ທູ​ຕາ​ນຸ​ທູ​ດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ຍ້ອງ​ຍໍ​ວຽກ​ງານ​ກະ​ກຽມ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_微信图片_20210919162620

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຈີນ​ໄດ້​ປະ​ກາດ​ຄຳ​ຂວັນ​ຂອ​ງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວຄົນ​ພິ​ການ​ປັກ​ກິ່ງຢ່າງ​ເປັນ​ທາງ​ການ, ຄື : “ຮ່ວມ​ກັນ​ມຸ່ງ​ໜ້າ​ສູ່​ອະ​ນາ​ຄົດ”, ໃນ​ມື້​​ປະ​ກາດ​ຄຳ​ຂວັນ, ທູ​ຕາ​ນຸ​ທູດຫຼາຍ​ປະ​ເທດ​ປະ​ຈຳ​ຈີນ ແລະ ນັກ​ການ​ທູດໜຸ່ມ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໄປ​ຢ້ຽມ​ຊົມ ​ສະ​ໜາມ​ກິ​ລາ​ສະ​ເກັດ​ໄວ​ແຫ່ງ​ຊາດ ແລະ ແລກ​ປ່ຽນຄຳ​ຄິດ​ເຫັນ​ກັບ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ທູ​ຕາ​ນຸ​ທູ​ດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ຍ້ອງ​ຍໍ​ວຽກ​ງານ​ກະ​ກຽມ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ_fororder_微信图片_20210919162613

ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າ​ວາ, ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນຫຼາຍ​ທ່ານ​ກ່າວ​ວ່າ, ການ​ດັດ​ສ້າງ​ເຂດ​ໂຮງ​ງານ​ເກົ່າ​ຂອງ​ໂຮງ​ງານ​ຜະ​ລິດ​ເຫຼັກ​​ກ້ານະ​ຄອນຫຼວງ​ ​ໃຫ້​ເປັນ​ສະ​ໜາມ​ກິ​ລາ​ນັ້ນ​ສອດ​ຄ່ອງ​ກັບ​ທັດ​ສະ​ນະ​ການ​ຈັດ​ງານ​ແຂ່ງ​ຂັນ​ທີ່ “ກະ​ທັດ​ຮັດ ປອດ​ໄພ ແລະ ໜ້າ​ປະ​ທັບໃຈ”, ວຽກ​ງານ​ກະ​ກຽມ​​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັ​ກ​ກິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສຸດ, ເຮັດ​ໃຫ້​ເຂົາ​ເຈົ້າ​​ແຮ່ງມີ​ຄວາມ​ຄອງ​ຄອຍ​ຕໍ່​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງ.

ຄຳ​ເຫັນ

0