李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ລາ​ຕີ​ບຸນ​ໄຫວ້​ພະ​ຈັນ​ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ຈະ​ຖ່າຍ​ທອດ​ສົດຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃນ​ເວ​ລາ​ດຽວ​ກັນ​ເປັນ​ຄັ້ງ​ທຳ​ອິດ

2021-09-20 15:27:32 cri

ເວ​ລາ 20 ໂມງ​ຂອງວັນ​ທີ 21 ກັນ​ຍາ​ນີ້, “ງານ​ລາ​ຕີບຸນ​ໄຫວ້​ພະ​ຈັນ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ປີ 2021” ຈະ​ຖ່າຍ​ທອດ​ສົດ​ຢູ່​ຂອບ​ເຂດ​ທົ່ວ​ໂລກ. ຂ່າວ​ແຈ້ງວ່າ, ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ງານ​ລາ​ຕີ​ດັ່ງ​ກ່າວ​ຖ່າຍ​ທອດ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃນ​ເວ​ລາ​ດຽ​ວ​ກັນ.

ເພື່ອ​ໃຫ້​ຜູ້​ຊົມ​ຢູ່​ຕ່າງ​ປະ​ເທດ​ສາ​ມາດ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ອັນ​ຍອດ​ຍິ່ງ​ຂອງ​ຈີນ, ​ປີ​ນີ້, ຂ່າວ​ສານ​ວິ​ດິ​ໂອ​ສາ​ກົນ​ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ໄດ້​ສົ່ງ​ລາຍ​ການ​ງານ​ລາ​ຕີ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ສື່ມວນ​ຊົນ​ໂທ​ລະ​ພາບ​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ. ເພື່ອ​ເຮັດ​ໃຫ້​ຜູ້​ຊົມ​ຕ່າງ​ປະ​ເທດ​ສາ​ມາດ​ເຂົ້າ​ໃຈ​​ຕໍ່ການ​ສືບ​ທອດ​ວັດ​ທະ​ນະ​ທຳ​ແລະ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ບຸນ​ໄຫວ້​ພະ​ຈັນ​, ລາຍ​ການ​ງານ​ລາ​ຕີ​ຈະ​ມີ​ການ​ບັນ​ລະ​ຍາຍ​ດ້ວຍ​ພາ​ສາ​ອັງ​ກິດ​ເປັນ​ເທື່ອ​ທຳ​ອິດ, ເພື່ອ​ແນະ​ນຳ​ຂໍ້​ມູນ​ຂ່າວ​ສານ​ຕ່າງໆ​ໃຫ້​ລະ​ອຽດ, ເຊັ່ນ: ​ຮີດ​ຄອງ​ປະ​ເພ​ນີຂອງ​ບຸນ​ໄຫວ້​ພະ​ຈັນ, ປະ​ຫວັດ​ຂອງ​ງານ​ລາ​ຕີ​ດັ່ງ​ກ່າວ​ແລະ​ຫົວ​ຂໍ້​ຂອງ​ງານ​ລາ​ຕີ​ປີ​ນີ້ແລະ​ອື່ນໆ. ຮອດ​ເວ​ລາ​ຖ່າຍ​ທອດ, ຂາວ​ສານ​ວິ​ດິ​ໂອ​ສາ​ກົນ​ຍັງ​ຈະ​ລວບ​ລວມ​ລາຍ​ການຍອດ​ຍິ່ງ​ຕ່າງໆ, ເພື່ອ​ສົ່ງ​ໃຫ້​ສື່ມວນ​ຊົນ​ທົ່ວ​ໂລກ​ດ້ວຍ​ອິ​ດິ​ໂອ​ສັ້ນ. ເວັບ​ໄຊ CCTV ກໍ່​ຈະ​ຖ່າຍ​ທອດ​ສົດ​ງານ​ລາ​ຕີ​ບຸນ​ໄຫວ້​ພະ​ຈັນຜ່ານ​ທາງ facebook, ເວັບ​ໄຊ​​ພາ​ສາ​ອັງ​ກິດ​ຂອງ CCTV ແລະ​ຊ່ອງ​ງານ​ລາ​ຕີ​ບຸນ​ກຸດ​ຈີນ​ຂອງ CCTV ທາງ YouTube.

ຄຳ​ເຫັນ

0