刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຄົນ​ສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ​ໜຶ່ງ​ຂອງ​ໄທ​ຈະ​ກວມ​ປະ​ຊາ​ກອນ​ທົ່ວ​ປະ​ເທດ 50% ກ່ອນ​ທ້າຍ​ເດືອນ​ຕຸ​ລາ​ໜ້າ​ນີ້

2021-09-20 13:20:04 cri

 

ວັນ​ທີ 18 ກັນ​ຍາ​ນີ້, ຫົວ​ໜ້າ​ກົມປ້ອງ​ກັນ​ພະ​ຍາດ​ກະ​ຊວງ​ສາ​ທາ​ລະ​ນະ​ສຸໄທ​ກ່າວ​ວ່າ: ປັດ​ຈຸ​ບັນ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ໄທ ໄດ້​ດີ​ຂຶ້ນ​​ໜ້ອຍ​ໜຶ່ງ, ແຕ່​ກໍ​ບໍ່​ໄດ້​ຜ່ອນ​​ຜັນ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ຕ່າງໆ​ໂດຍ​ຍັງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ຄື​ເກົ່າ.

ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ທົ່ວ​ປະ​ເທດ​ໄທ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 43.342.103 ຫຼອດ, ໃນ​ນັ້ນ ຜູ້​ທີ່​ໄດ້​ສັກ​ວັກ​ຊີນ​ເຂັມ​ທີ​ໜຶ່ງ​ມີ 28.436.015 ຄົນ, ຜູ້​ທີ່​ໄດ້​ສຳ​ເລັດ​ການ​ສັກ​ວັກ​ຊີນ​ສອງ​ເຂັມ​ມີ 14.285.995 ຄົນ, ນອກ​ນີ້​, ຍັງ​ມີ​ປະ​ຊາ​ຊົນ​ຈຳ​ນວນ​ໜຶ່ງ​ໄດ້​ສັກ​ວັກ​ຊີນ​ເຂັມ​ທີ່​ສາມ.

ເປົ້າ​ໝາຍ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸ​ໄທ​ຄື: ກ່ອນ​ທ້າຍ​ເດືອນ​ຕຸ​ລາ​ປີ​ນີ້, ຈະ​ຍົກ​ສູງ​ອັດ​ຕາ​ການ​ສັກ​ວັ​ກ​ຊີນ​ເຂັມ​ທີ​ໜຶ່ງ​ໃຫ້​ໄດ້​ເຖິງ 50% ຂອງ​ຈຳ​ນວນ​ປະ​ສາ​ກອນ​ທົ່ວ​ປະ​ເທດ​ໄທ. ນັບ​ແຕ່​ວັນ​ທີ 24 ກັນ​ຍາ​ນີ້​ເປັນ​ຕົ້ນ​ໄປ, ມີ​ແຜນຈະ​ສັກ​ວັກ​ຊີນ​ 1 ລ້ານຫຼອດ​ຕໍ່​ມື້ ແລະ​ເລີ່ມ​ສົ່ງ​ເສີມ​ໃຫ້​ສັກ​ວັກ​ຊີນ​ເຂັມ​ທີ​ສາມ.

ຄຳ​ເຫັນ

0