李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ເຜີຍຜົນ​ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ເຂດ​ພິ​ເສດ​ຮົງ​ກົງ​ເທື່ອ​ທຳ​ອິດ ຫຼັງ​ຈາກ​ໄດ້​ປັບ​ປຸງ​ລະ​ບຽບ​ການ​ເລືອກ​ຕັ້ງເຂດພິ​ເສດ​ຮົງ​ກົງ​​ໃຫ້ສົມ​ບູນ​ຂຶ້ນ

2021-09-20 15:28:42 cri

ຕອນ​ເຊົ້າ​ວັນ​ທີ 20 ກັນ​ຍາ​ນີ້, ​ຜົນການ​ປ່ອນ​ບັດ​ເລືອກ​ຕັ້ງທົ່ວ​ໄປ​ແບ່ງ​ຈຸຕາມວົງ​ການ​ຕ່າງໆ​ຂອງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ເຂດ​ພິ​ເສດ​ຮົງ​ກົງ​ປີ 2021 ໄດ້​ເປີດ​ເຜີຍ​ແລ້ວ, ກຳ​ມະ​ການ 364 ບ່ອນ​ນັ່ງ​ຂອງ 13 ວົງ​ການ ທີ່​ມີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 412 ​ທ່ານເຂົ້​າ​ຮ່ວມ​ການ​ເລືອກ​ຕັ້ງ​ນັ້ນ ​ໄດ້​ຜົນ​ເລືອກ​ຕັ້ງ​​ທັງໝົດ​ຢ່າງ​ສະ​ດວກ​.

ພາຍ​ໃຕ້​ລະ​ບຽບການເລືອກ​ຕັ້ງ​ໃໝ່​ຂອງ​ຮົງ​ກົງ, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ມີ​ບົດ​ບາດ​ສຳ​ຄັນ, ລວມ​ທັງ​ການ​ສະ​ເໜີ​ຊື່​​ແລະ​ເລືອກ​ຕັ້ງຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຜູ້​ວ່າ​ການ​ເຂດບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ​ສະ​ເໜີ​ຊື່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ສະ​ມາ​ຊິກສະ​ພານິ​ຕິ​ບັນ​ຍັດ, ແລະ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພານິ​ຕິ​ບັນ​ຍັດ 40 ​ທ່ານ.

ວັນ​ທີ 19 ກັນ​ຍາ​ນີ້, ຫຼັງ​ຈາກ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ນາງ ​ຄາ​ຣີ ລຳ​ແຈງ​ເຢັດ​ງໍ, ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ການ​ເລືອກ​ຕັ້ງ​ເທື່ອ​ນີ້​ແມ່ນ​ການ​ເລືອກ​ຕັ້ງ​ເທື່ອ​ທຳ​ອິດ​ຫຼັງ​ຈາກ​ລະ​ບ​ຽບການ​ເລືອກ​ຕັ້ງ​​ຂອງ​ຮົງ​ກົງ​​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ຂຶ້ນ, ມີ​ຄວາມ​ໝາຍ​ສຳ​ຄັນ​ຫຼາຍ, ເຊິ່ງ​ເປັນ​ສັນ​ຍາ​ລັກ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໂຄງ​ປະ​ກອບ​ເມືອງ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ໄດ້​ປະ​ຕິ​ບັດ​ຕາມ​ຫຼັກ​ການ “ຜູ້​ຮັກ​ຊາດ​ປົກ​ຄົງ​​ຮົງ​ກົງ”, ຍຶດ​ໝັ້ນ​ປົກ​ປັກ​ຮັກ​ສາອະ​ທິ​ປະ​ໄຕ, ຄວາມ​​ໝັ້ນ​ຄົງແລະ​ຜົນ​ປະ​ໂຫຍດ​​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ເພື່ອ​ຮັບ​ປະ​ກັນ​ໃຫ້​ພຶດ​ຕິ​ກຳ “ປະ​ເທດ​​ດຽວສອງ​ລະ​ບອບ” ​ໄດ້​ປະ​ຕິ​ບັດ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ຖາ​ວອນ.

ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ຊຸດໃໝ່​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ມີ​ອາ​ຍຸ​ຕຳ​ແໜ່ງ​ເປັນ​ເວ​ລາ 5 ປີ, ເຊິ່ງ​ເລີ່ມ​ແຕ່​ວັນ​ທີ 22 ຕຸ​ລາ​ປີ 2021 ​ຈົນ​ຮອດ​ວັນ​ທີ 21 ຕຸ​ລາ​ປີ 2026.

ຄຳ​ເຫັນ

0