ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໜັງສືພິມຊີນໂຈເດລີມະເລເຊຍສະບັບວັນທີ 19 ກັນຍານີ້ລາຍງານວ່າ, ກະຊວງອຸດສາຫະກຳແລະການຄ້າສາກົນມະເລເຊຍຊີ້ອອກວ່າ, ໃນຖານະເປັນໜຶ່ງໃນບັນດາສະມາຊິກລິເລີ່ມສ້າງ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມຂ້າມມະຫາສະໝຸດປາຊິຟິກຮອບດ້ານແລະກ້າວໜ້າ” ຫຼື CPTPP, ມະເລເຊຍຄອງຄອຍແລະຍິນດີຕ້ອນຮັບຈີນ ທີ່ເປັນປະເທດເຂັ້ມແຂງດ້ານເສດຖະກິດເຂົ້າຮ່ວມ CPTPP.
ຂ່າວແຈ້ງວ່າ, ໃນເວລາໃຫ້ສຳພາດຕໍ່ຂ່າວສານມະເລເຊຍ, ເຈົ້າໜ້າທີ່ກະຊວງອຸດສາຫະກຳແລະການຄ້າສາກົນມະເລເຊຍກ່າວວ່າ: ກະຊວງຕົນຮູ້ສຶກມີກຳລັງໃຈກ່ຽວກັບຈີນສະໝັກເຂົ້າຮ່ວມ CPTPP ໃນຫວ່າງມໍ່ໆມານີ້. “ຄຽງຄູ່ກັບມະເລເຊຍກຳລັງພະຍາຍາມກ້າວໄປສູ່ການພິຈາລະນາແລະອະນຸມັດ CPTPP, ກະຊວງອຸດສາຫະກຳແລະການຄ້າສາກົນມະເລເຊຍມີຄວາມໝັ້ນໃຈວ່າ ການຄ້າແລະການລົງທຶນສອງຝ່າຍມະເລເຊຍ-ຈີນ ຈະກ້າວຂຶ້ນສູ່ລະດັບໃໝ່ໃນອະນາຄົດ.”
ຄຳເຫັນ
0