李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກາຍ​ເປັນ​ສື່ມວນ​ຊົນ​ຮ່ວມ​ມື​ພາ​ສາ​ຈີນ​ທາງ​ການ​ພຽງ​ແຫ່ງ​ດຽວ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ດູ​ບາຍ

2021-09-21 14:49:22 cri

ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກາຍ​ເປັນ​ສື່ມວນ​ຊົນ​ຮ່ວມ​ມື​ພາ​ສາ​ຈີນ​ທາງ​ການ​ພຽງ​ແຫ່ງ​ດຽວ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ດູ​ບາຍ_fororder_745711319

ວັນ​ທີ 20 ກັນ​ຍາ​ນີ້, ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ກັບ​ບໍ​ລິ​ສັດ​ງານ​ວາງ​ສະ​ແດງ​ໂລກ​ດູ​ບາຍ​ປີ 2020 ຈຳ​ກັດ ເຊັນ​ສັນ​ຍາ​ຢູ່​ດູ​ບາຍແລະກາຍ​ເປັນ​ສື່​ມ່ວນ​ຊົນ​ຮ່ວມ​ມື​ພາ​ສາ​ຈີນ​ທາງ​ການ​ພຽງ​ແຫ່ງ​ດຽວ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ດູ​ບາຍ, ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ງານ​ວາງ​ສະ​ແດງ​ໂລກສະ​ໜອງ​ເຂດ​ເຮັດ​ວຽກ​ສະ​ເພາະ​ໃຫ້​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ​ຮູບ​ແບບ​ການ​ນຳ​ໃຊ້ເຄື່ອງ​ໝາຍ​ງານ​ວາງ​ສະ​ແດງ​ໂລກ​ແລະ​ເນື້ອ​ໃນ​ຂອງ​ງານ, ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ອື່ນໆ.
ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກາຍ​ເປັນ​ສື່ມວນ​ຊົນ​ຮ່ວມ​ມື​ພາ​ສາ​ຈີນ​ທາງ​ການ​ພຽງ​ແຫ່ງ​ດຽວ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ດູ​ບາຍ_fororder_189267460

​ແຕ່​ກ່ອນ, ງານ​ວາງ​ສະ​ແດງ​ໂລກ​ດູ​ບາຍ​ອາ​ຣັບເອ​ມີ​ເຣດ​ປີ 2020 ​ໄດ້ຕົກ​ລົງ​ຈັດ​ຂຶ້ນ​ແຕ່​ວັນ​ທີ 20 ຕຸ​ລາ​ປີ 2020 ຫາ​ວັນ​ທີ 10 ເມ​ສາ​ປີ 2021, ແຕ່​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19, ຈຶ່ງເລື່ອນ​ເວ​ລາ​ອອກ​ໄປ​ໃຫ້​ຈັດ​ງານ​ແຕ່​ວັນ​ທີ 1 ຕຸ​ລາ​ປີ 2021 ຫາ​ວັນ​ທີ 31 ມີ​ນາ​ປີ 2022, ແຕ່​ຍັງ​ໃຊ້​ຊື່​ວ່າ “ງານ​ວາ​ງ​ສະ​ແດງ​ໂລກ​ດູ​ບາຍ​ປີ 2020”. ງານ​ຄັ້ງ​ນີ້​ຈະ​​ເປັນ​ງານ​ວາງ​ສະ​ແດງ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ເປັນ​ຄັ້ງ​ທຳ​ອິດ, ​ມີ 192 ປະ​ເທດ​ໄດ້​ຢືນ​ຢັນ​ວ່າ ຈະ​ເຂົ້​າ​ຮ່ວມ​ງານ.

ຄຳ​ເຫັນ

0