李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍານ​ອະ​ວະ​ກາດ​ຂົນ​ສົ່ງ​ “ທ່ຽນ​ໂຈ່ວ 3” ເຊື່ອມ​ຕໍ່​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

2021-09-21 16:07:15 ​cri

ວັນ​ທີ 20 ກັນ​ຍາ​ນີ້, ຍານ​​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າ “ທ່ຽນ​ໂຈ່ວ 3” ໄດ້ເຂົ້າ​ສູ່​ວົງ​ໂຄ​ຈອນ​​ຢ່າງ​ສຳ​ເລັດ​ຜົນ, ຈາກ​ນັ້ນ​ກໍ່​ໄດ້​ຕັ້ງ​ຄ່າ​ບິນ​ອ້ອມວົງ​ໂຄ​ຈອນ​ເປັນ​ຢ່າງ​ດີ, ແລະ​ໄດ້​ນຳ​ໃຊ້​ຮູບ​ແບບ​ການເຊື່ອມ​ຕໍ່​ດ້ວຍ​ຈັງ​ຫວະ​ໄວ​ໂດຍ​ອັດ​ຕະ​ໂນ​ມັດ ເຊື່ອມ​ຕໍ່​​ເຂົ້າ​ຕ້ານ​ຫຼັງ​ຂອງຫ້ອງ​ແກນ​ກາງ​ທ່ຽນ​ເຮີ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ, ຂະ​ບວນ​ການ​ດັ່ງ​ກ່າວ​ໃຊ້​ເວ​ລາ​ປະ​ມານ 6 ຊົ່ວ​ໂມງເຄິ່ງ. ຍານ​​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າ “ທ່ຽນ​ໂຈ່ວ 3” ໄດ້​ບັນ​ທຸກວັດ​ຖຸຮັບ​ໃຊ້​ຊີ​ວິດການ​ເປັນ​ຢູ່​ຂອງ​ນັກ​ບິນ​ອະ​ວະ​ກາດ, ຊຸດ​ນັກ​ບິນ​ອະ​ວະ​ກາດ​ຢູ່ນອກ​ຍານ​ແລ​ະ​ເຄື່ອງ​ໃຊ້​ຢູ່ນອກ​ຍານ, ວັດ​​ສະ​ດຸ​ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ, ​ສານ​ຂັບ​ເຄື່ອນ​ຈຳ​ນວນ​ໜຶ່ງ​ແລະ​ອື່ນໆ, ຫຼັງ​ຈາກ​ຫ້ອງ​ແກນ​ກາງ​ທ່ຽນ​ເຮີ​​ເຊື່ອມ​ຕໍ່​ກັນ​ຢ່າງ​ຮຽບ​ຮ້ອຍ, ຍານ​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າ “ທ່ຽນ​ໂຈ່ວ 2”, ແລະ “ທຽນ​ໂຈ່ວ 3” ກໍ​ໄດ້​ປະ​ກອບ​ເປັນ​ສະ​ຖາ​ນີ​ອະ​ວະ​ກາດ​ແລະ​ໂຄ​ຈອນ​ຢູ່​ເທິງ​ອະ​ວະ​ກາດ.

​ຂ່າວ​ແຈ້ງວ່າ, ຄຽງ​ຄູ່​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ຈາກ​ໄລ​ຍະ​ກໍ່​ສ້າງ ພັດ​ທະ​ນາ​ໄປ​ສູ່ໄລ​ຍະ​ການ​ເຄື່ອນ​ໄຫວ​ເປັນໄລ​ຍະ​ຍາວ, ບົນ​ພື້ນ​ຖານ​ຂະ​ບວນ​ການ​ທີ່​ໄດ້​ຕາມມາດ​ຖານ, ເຊັ່ນ: ການ​ອອກ​ແບບ, ການ​ທົດ​ສອບ, ການສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ແລະ​ອື່ນໆ, ຍານ​​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າລຸ້ນ​ຕ່າງໆ​ຈະຄົ້ນ​ຄວ້າ​ຜະ​ລິດ​ຕາມ​ມາດ​ຕະ​ຖານ​ທີ່​ໄດ້​ກຳ​ນົດ​ໄວ້. ​ໃນ​ຕໍ່​ໜ້າ​ນີ້, ຍານ​​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າໃນ​ລະ​ບົບ “ທ່ຽນ​ໂຈ່ວ” ຈະ​ໃຊ້​ລະ​ບົບ​ທີ່​ຕັ້ງ​ຄ່າຕາມ​ມາດ​ຕະ​ຖານ​ດຽວ​ກັນ, ເພື່ອ​ສອດ​ຄ່ອງ​ກັບ​ການ​ຄົ້ນ​ຄວ້າ​ຜະ​ລິດ ຍານອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າ​​ຢ່າງ​ເປັນ​ລະ​ບົບ. ສ່ວນ​ລະ​ບົບ​ນຳ​ທາງ​ແລະ​ລະ​ບົບ​ຄວບ​ຄຸມ​ຂອງຍານ​​ອະ​ວະ​ກາດ​ຂົນ​ສົ່ງ​ສິນ​ຄ້າ “ທ່ຽນ​ໂຈ່ວ” ກໍ່​ຈະ​ສົມ​ບູນ​ແລະໝັ້ນ​ທ່ຽງ​ກວ່າ​ເກົ່າ, ສາ​ມາດ​ຕອບ​ສະ​ໜອງ​​ຕາມຄວາມ​ຕ້ອງ​ການ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ສູ່ສະ​ຖາ​ນີ​ອະ​ວະ​ກາດ​ຢ່າງ​ຖີ່​ຂຶ້ນ​ເລື້ອຍໆໃນ​ຕໍ່​ໜ້າ​ທີ່​ເປັນ​ໄລ​ຍະ​ຍາວ, ຊຸກ​ຍູ້​ໃຫ້​​ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ກ້າວ​ໄປ​ສູ່​ຜົນ​ສຳ​ເລັດ​ອັນ​ໃໝ່​ເລື້ອຍໆ.

ຄຳ​ເຫັນ

0