刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕາງ​ໜ້າ​ປະ​ເທດ​ທີ່​ມີ​ຄວາມ​ເຫັນ​ຄ້າຍ​ຄື​ກັນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ປະ​ຕິ​ບັດ​ລັດ​ທິຫຼາຍ​ຝ່າຍຢ່າງ​ແທ້​ຈິງ ຊຸກ​ຍູ້​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​

2021-09-21 17:10:02 cri

ວັນ​ທີ 20 ກັນ​ຍາ​ນີ້, ທ່ານ​ເສີນ​ຊີ້ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຄະ​ນະ​ຜູ້​ແທນ​ຈີນ​ປະ​ຈຳ​ອົງ​ການ ສ​ປ​ຊ ທີ່​ເຊີ​ແນວ​ໄດ້​ສົນ​ທະ​ນາ​ກັບ​ຜູ້​ຊ່ຽວ​ຊານອິດ​ສະຫຼະ​ກ່ຽວ​ກັບ​ບັນ​ຫາ​ລະ​ບຽບ ການ​ສາ​ກົນທີ່​ມີ​ປະ​ຊາ​ທິ​ປະ​ໄຕ​ແລະ​ສະ​ເໝີ​ພາບ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 48 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ແລະ​ໄດ້​ຕາງ​ໜ້າ​ປະ​ເທດ​ທີ່​ມີ​ຄວາມ​ເຫັນ​ຄ້າ​ຍ​ຄື​ກັນ​ກ່າວ​ຄຳ​ເຫັນ ໂດຍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ປະ​ຕິ​ບັດ​ລັດ​ທິຫຼາຍ​ຝ່າຍ​​ຢ່າງ​ແທ້​ຈິງ, ຊຸກ​ຍູ້​ໃຫ້​ລະ​ບຽບ​ການ​ສາ​ກົນ​ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່​ຍຸ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ ເພື່ອ​ເປັນ​ການ​ຄ້ຳ​ປະ​ກັນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ຊົມ​ໃຊ້​ສິດ​ທິ​ມະ​ນຸດ​ຢ່າງ​ເຕັມ​ສ່ວນ.

ທ່ານ​ກ່າວ​ວ່າ: ຝ່າຍ​ຕ່າງ​ໆ​ຄວນ​ຍຶດ​ໝັ້ນ​ຍຸ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ, ເດັດ​ດ່ຽວ​ຮັກ​ສາ​ລະ​ບົບ​ສາ​ກົນ​ທີ່​ຖື​​ເອົາອົງ​ການ ສ​ປ​ຊ ເປັນ​ໃຈ​ກາງ ແລະລະ​ບຽບ​ການ​ສາ​ກົນ​ທີ່​ຖືກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ, ຄັດ​ຄ້ານ​ການ​ຂົ່ມເຫັງ​ປະ​ເທດ​ອ່ອນ​ນ້ອຍ, ລັດ​ທິ​ ​ຝ່າຍ​ດຽວ ແລະ​​ໃຊ້ສອງ​ມາດ​ຕະ​ຖານ, ແຕ່​ຄວນ​ຍຶດ​ໝັ້ນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ດຳ​ເນີນ​ກາ​ນ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​​ບົນ​ພື້ນ​ຖານ​ທີ່​ສະ​ເໝີ​ພາບ​ແລະ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ ​ແລະ​ສົນ​ທະ​ນາກັນ​, ບັນ​ລຸ​ຄວາມ​ໝັ້ນ​ຄົງ​ທົ່ວ​ໄປ​ກັນໂດຍ​ຜ່ານ​ການ​ຮ່ວມ​ມື​ກັນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ແລະ​ຄວນ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີຫຼາຍ​ຝ່າຍ​ເຂົ້າ​ຮ່ວມ, ເຄົາ​ລົບ​ຄວາມຫຼາກຫຼາຍ​ສີ​ສັນ​ຂອງ​ອາ​ລະ​ຍະ​ທຳ, ເຄົາ​ລົບ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ປະ​ເທດ​ຕ່າງ​ໆ​ຄັດ​ເລືອກ​ເອງ, ຫຼີກ​ເວັ້ນ​​ການ​ບັງ​ຄັບ​ໃຫ້​ປະ​ເທດ​ອື່ນ​ຕ້ອງ​ໃຊ້​ລະ​ບອບ​ແລະ​ຮູບ​ແບບ​ສັງ​ຄົມ​ຂອງ​ຕົນ ແລະກໍ່ຄວາມແ​ບ່ງ​ແຍກ​​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ. ຝ່າຍ​ຕ່າງໆ​ຄວ​ນ​ຍຶດ​ໝັ້ນຫຼັກ​ການ​ທົ່ວ​ໄປ, ຍຸ​ຕິ​ທຳ, ພາ​ວະ​ວິ​ໄສ​ແລະ​ບໍ່​ມີການ​​ຈຳ​ແນກໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ກັນ, ຮ່ວມ​ມື​ກັນ​ແລະ​ການ​ສົນ​ທະ​ນາ​ທີ່​ມີ​ສະ​ເໝີ​ພາບ​ກັນ, ບໍ່​ຫັນ​ບັນ​ຫາ​ສິດ​ທະ​ມະ​ນຸດ​ໃຫ້​ເປັນ​ບັນ​ຫາ​ການ​ເມືອງ, ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ.

ຄຳ​ເຫັນ

0