覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການສ​ປ​ຊຄັ້ງ​ທີ 76 ​ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ

2021-09-22 10:44:14 cri

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການສ​ປ​ຊຄັ້ງ​ທີ 76 ​ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ_fororder_联大辩论

 

​ວັນ​ທີ 21 ກັນ​ຍາ​ນີ້, ທ່ານ​ສີ​ຈິ້​ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 76 ​ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ຮ່ວມ​ກັນ​ສ້າງ​ໂລກ​ທີ່​ດີ​ງາມກວ່າ​ເກົ່າ”​ໃນ​ຮູບ​ແບບ​ຜ່ານ​ທາງ​ວີ​ດີ​ໂອ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ.

 

    ທ່ານ​ສີ​ຈິ້ນ​ຜິງກ່າວວ່າ: ປີ​ນີ້​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ທັງ​ແມ່ນ​ປີ​ທີ່ສ​ປ​ຈີນ​ຟື້ນ​ຟູ​ທີ່​ນັ່ງ​ທີ່​ຖືກ​ຕ້ອງ​ຕາມ​​ກົດ​ໝາຍຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ, ຈີນ​ຈະ​ລະ​ນຶກ​ເຫດ​ການ​ປະ​ຫວັດ​ສາດ​ນີ້​ຢ່າງ​ຍິ່ງ​ໃຫຍ່. ພວກ​ເຮົາ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ລະ​ຫວ່າງ​ຈີນ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ, ປະ​ກອບ​ສ່ວນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

  

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ເມື່ອ 1 ປີ​ກ່ອນ, ຜູ້​ນຳ​ບັນ​ດາ​ປະ​ເທດ​ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ສຸດ​ຍອດ​ຕ່າງໆ​ເພື່ອ​ລະ​ນຶກ​ການ​ສ້າງ​ຕັ້ງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 75 ປີ, ໂດຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ຍຶດ​ໝັ້ນ​ໃນ​ລັດ​ທິຫຼາຍ​ຝ່າຍ, ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ, ສ້າງ​ອະ​ນາ​ຄົດ​ຮ່ວມ​ໃຫ້​ຄົນຍຸກ​ປະ​ຈຸ​ບັນ ກໍ​ຄື​ຄົນ​ລຸ້ນ​ຫຼັງ. ໃນ 1 ປີ​ທີ່​ຜ່ານ​ມາ, ​ໂລກ​ໄດ້​ເກີດ​ມີສະ​ພາບ​ການ​ປ່ຽນ​ແປງ​ທີ່​ບໍ່​ເຄີຍ​ມີ​ມາ​​ກ່ອນໃນ​ຮອບ 100 ປີ​ຜ່ານ​ມາ ແລະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​​ມີ​ຜົນ​ສະ​ທ້ອນ​ຕໍ່​ກັນ​ຢ່າງສະຫຼັບ​ສັບ​ຊ້ອນ​. ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ມີ​ຄວາມ​​ປາ​ຖະ​ໜາ​ອັນ​ແຮງ​ກ້າກວ່າ​ເກົ່າ​ຕໍ່​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ, ມີ​ຄວາມ​ຮຽກ​ຮ້ອງ​ສູງກວ່າ​ເກົ່າ​ຕໍ່​ຄວາມ​ຍຸ​ຕິ​ທຳ ແລະ ຄວາມ​ເປັນ​ທຳ, ມີ​ຄວາມ​ມຸ້ງ​ຫວັງຢ່າງ​ໜັກ​ແໜ້ນກວ່າ​ເກົ່າ​ຕໍ່​ການ​ຮ່ວ​ມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປະ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ຍັງ​ຄົງ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ສັງ​ຄົມ​ມະ​ນຸດ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ໂລກ​​ໄດ້​ກ້າວເຂົ້າ​ສູ່​ໄລ​ຍະ​ທີ່​ມີ​ຄວາມ​ວຸ້ນ​ວາຍ ແລະ ​ເກີດ​ມີການ​ປ່ຽນ​ແປງ​ໃໝ່. ນັກ​ການ​ເມືອງ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ທຸກ​ຄົນ​ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ ຄວາມ​ກ້າ​ຫານ ແລະ​​ຄວາມ​ຮັບ​ຜິດ​ຊອບ​ເພື່ອ​ຄົ້ນ​ຄວ້າ ແລະ​ແກ້​ໄຂ​ບັນ​ຫາ​ຂອງຍຸກ​ສະ​​ໄໝ, ແລະ ຕ້​ອງ​ມີ​ທາງ​ເລືອກ​​ປະ​ຫວັດ​ສາດ.
 

  ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ມີ​ຂໍ້​ສະ​ເໜີ​ວ່າ:
 

​ໜຶ່ງ, ພວກ​ເຮົາ​ຕ້ອງ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຍາດເອົາໄຊ​ຊະ​ນະ​ໃນ​ການ​ຕໍ່​ສູ້​ໃນ​ບັ້ນ​ສຳ​ຄັນ​ທີ່​ພົວ​ພັນ​ເຖິງ​ອະ​ນາ​ຄົດ ແລະ ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

  

​ສອງ, ພວກ​ເຮົາ​ຕ້ອງ​ຟື້ນ​ຟູ​ເສດ​ຖະ​ກິດ, ຊຸກ​​ຍູ້​ການ​ພັດ​ທະ​ນາ​ຂອງ​ໂລກ​ໃຫ້​ເຂັ້ມ​ແຂງ ສີ​ຂຽວ ແລະ​ປອດ​ໃສກວ່າ​ເກົ່າ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ພັດ​ທະ​ນາ​ຂອງໂລກ​ກ້າວ​ໄປ​ສູ່​ໄລ​ຍະ​ໃໝ່​ທີ່​ມີ​ລັກ​ສ​ະ​ນະ​ດຸນ​ດ່ຽງ ​ກົມ​ກຽວ ແລະ ກວມ​ລວມ.

  

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ພັດ​ທະ​ນາໂລກວ່າ:

 

ກ, ຍຶດ​ໝັ້ນ​ການ​ຖື​ເອົາ​ການ​ພັດ​ທະ​ນາ​ເປັນ​ບຸ​ລິ​ມະ​ສິດ. ຈັດ​ເອົາ​ການ​ພັດ​ທະ​ນາ​ໄວ້​ໃນ​ຖາ​ນະ​ພົ້ນ​ເດັ່ນ​ໃນຂອບ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ຂອງ​ໂລກ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ​ຂອງ​ກຸ່ມ​ເສດ​ຖະ​ກິດ​ທີ່​ສຳ​ຄັນ, ຮັກ​ສາ​ລັກ​ສະ​ນະ​ຕໍ່​ເນື່ອງ ໝັ້ນ​ທ່ຽງ ແລະ ຍືນ​ຍົງ, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ການ​ພັດ​ທະ​ນາ​​ໃນ​ໂລກທີ່​ມີ​ຄວາມ​ສະ​ເໝີ​ພາບ ແລະ ດຸນ​ດ່ຽງກວ່າ​ເກົ່າ​, ຊຸກ​ຍູ້​ການ​ປະ​ສານ​ສົມ​ທົບ​ກັນ ແລະ ເພີ່ມ​ທະ​ວີ​ປະ​ສິດ​ທິ​ພາບ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມືຫຼາຍ​ຝ່າຍ, ເລັ່ງ​ລັດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການພັດ​ທະ​ນາ​ແບບ​ຍືນ​ຍົງ​​ຮອດປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

 

​ຂ, ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ຮັບ​ປະ​ກັນ ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​, ປົກ​ປ້ອງ ແລະ ສົ່ງ​ເສີມ​ສິດ​ທິ​ມະ​ນຸດ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ, ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ເພື່ອ​ປະ​ຊາ​ຊົນ, ອາ​ໄສ​ປະ​ຊາ​ຊົນ, ​ໃຫ້ປະ​ຊາ​ຊົນ​​ໄດ້​ຊົມ​ໃຊ້​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ຮ່ວມ​ກັນ, ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກ​​ວ່າ​ມີ​ຄວາມ​ສຸກ, ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ ​ມີຄວາມປອດ​ໄພ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ຂອງ​ຄົນ.

  

​ຄ, ຍຶດ​ໝັ້ນ​ໃນຫຼັກ​ການທີ່​ສ້າງ​ປະ​ໂຫຍດ​ໃຫ້​ທົ່ວ​ເຖິງ ແລະ ກວມ​ລວມ. ຕິ​ດ​ຕາມ​ເອົາ​ໃຈ​ໃສ່​ຄວາມ​ຕ້ອງ​ການ​ພິ​ເສດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ, ຜ່ານ​ຮູບ​ການ​ຕ່າງໆ ເຊັ່ນ ເລື່ອນ​ເວ​ລາ​ໄຊ້​ໜີ້​ສິນ, ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ ແລະ ອື່ນໆ ເພື່ອ​ສະ​ໜັ​ບ​ສະ​ໜູນ​ປະ​ເທດ​ພວມ​ພັດ​ທະ​ນາ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ບໍ່​ມີ​ຄວາມ​ເຂັ້ມ​ແຂງ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ໜັກ​ໜ່ວງ​ພິ​ເສດ, ອອກ​ແຮງ​ແກ້​ໄຂ​ບັນ​ຫາ​ການ​ພັດ​ທະ​ນາ​​ບໍ່​ດຸນ​ດ່ຽງ​ ​ ແລະ​ບໍ່​ເຕັມ​ສ່ວນ​ ​ລະ​ຫວ່າງ​ປະ​ເທດ ແລະ ພາຍ​ໃນ​ປະ​ເທດຕ່າງໆ.

  

​​ຈ, ຍຶດ​ໝັ້ນ​ການ​ຂັບ​ເຄື່ອນ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່. ກຳ​ແໜ້ນ​ໂອ​ກາດ​ປະ​ຫວັດ​ສາດ​ການ​ປະ​ຕິ​ວັດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ປ່ຽນ​ແປງ​ໃໝ່​ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່, ເລັ່ງ​ລັດ​ຫັນ​ປ່ຽນ​ໝາກ​ຜົນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ໃຫ້​ກາຍ​ເປັນ​ກຳ​ລັງ​ການ​ຜະ​ລິດ​ຕົວ​ຈິງ, ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທີ່​ເປີດກວ້າງ ຍຸ​ຕິ​ທຳ  ເປັນ​ທຳ ແລະ​ບໍ່​ມີ​ການ​ຈຳ​ແນກ, ຂຸດ​ຄົ້ນ​ແຮງ​ຂັບ​ເຄື່ອນ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຮ່ວມ​ມື​ກັນເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ.

  

​ສ, ຍຶດ​ໝັ້ນ​ໃນຫຼັກ​ການ​ທີ່​ມະ​ນຸດ ແລະ ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ. ປັບ​ປຸງ​ການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ, ຕັ້ງ​ໜ້າ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສ້າງ​​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​ລະ​ຫວ່າງ​ມະ​ນຸດ​ກັບທຳ​ມະ​ຊາດ.

 

​ຊ, ຍຶດ​ໝັ້ນ​ໃນ​ທິດ​ທາງ​ການ​ປະ​ຕິ​ບັດ​ງານ. ເພີ່ມ​ທະ​ວີ​ການ​ທຸ້ມ​ເທ​​ຊັບ​ພະ​ຍາ​ກອນເພື່ອການ​ພັດ​ທະ​ນາ, ສຸມ​ໃສ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ການ​ຕ້ານ​ພະ​ຍາດ ແລະ​ວັກ​ຊີນ, ລະ​ດົມ​ທຶນ​ເພື່ອ​ການ​ພັດ​ທະ​ນາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ພັດ​ທະ​ນາ​ແບບ​ສີ​ຂຽວ, ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ການເຊື່ອມ​ໂຍງ​ເຊື່ອມ​ຈອດ ແລະ​ອື່ນໆ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ເພື່ອການ​ພັດ​ທະ​ນາ​ທົ່ວ​ໂລກ.

  

ສາມ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ການ​​ພົວ​ພັນສາ​ກົນ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ແລະ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

  

ສີ່, ພວກ​ເຮົາ​ຕ້ອງ​ປັບ​ປຸງ​ການ​ບໍ​ລິ​ຫານ​ໂລກ​ໃຫ້​ສົມ​ບູນກວ່າ​ເກົ່າ, ຈັດ​ຕັ້ງ​ປະ​ຕິ​ບັດ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ.

 

​ໃນ​ໄລ​ຍະ​ສຸດ​ທ້າຍ​ຂອງ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ໂລກ​ໄດ້​ຢືນ​ຢູ່​ທາງ​ແບ່ງຂອງ​ປະ​ຫວັດ​ສາດ​ອີກ​ຄັ້ງ​ໜຶ່ງ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ກະ​ແສ​ຟອງ​ແຫ່ງສັນ​ຕິ​ພາບ ການ​ພັດ​ທະ​ນາ ແລະ​​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ​ຈະ​ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ສະ​ກັດ​ກັ້ນ​ໄດ້. ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ, ຮ່ວມ​ມື​ກັນ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່ ແລະ​ສິ່ງ​ທ້າ​ທາຍ​ຂອງ​ໂລກ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ດີ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0