蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິ​ຕ້ອງ​ການ​ແຕ່​ການ​ເຕີບ​ໂຕ​ແລະ​ການ​ປະ​ກອບ​ອາ​ຊີບ ຫາກ​ບໍ່​ແມ່ນ​ກ່ຳ​ປັ່ນ​ດຳ​ນ້ຳ​ແລະ​ໝື້​ລະ​ເບີດ

2021-09-23 15:17:52 CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ກັນ​ຍາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ຂ່າວ​ແຈ້ງວ່າ: ອາ​ເມ​ຣິ​ກາ ແລະ ອັງ​ກິດ​ຈະ​ສະ​ໜັບ​ສະ​ໜູນ​​ກອງ​ທັບ​ເຮືອອົ​ສ​ຕ​ຣາ​ລີ​ສ້າງກອງ​ກ່ຳ​ປັ່ນ​ດຳ​ນ້ຳ​ນິວ​ເຄຼຍ. ຫຼັງ​ຈາກ​ນັ້ນ, ຫຼາຍ​ປະ​ເທດ ເຊັ່ນ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ນິວ​ຊີ​ແລນ​ເປັນ​ຕົ້ນ​ໄດ້​ສະ​ແດງ​ຄວາມ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້. ຂໍ​ຖາມ​ວ່າ: ຈີນ​ມີ​ທ່າ​ທີ​ແນວ​ໃດ​ຕໍ່​ການ​ສະ​ແດງ​ທ່າ​ທີ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ?

ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອົ​ສ​ຕ​ຣາ​ລີ​ເປັນ​ປະ​ເທດ​ພາ​ຄີ​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ​ຂອງ “ສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ” ແລະ ປະ​ເທດ​ພາ​ຄີ​ຂອງ “ສັນ​ຍາ​ເຂດ​ປອດ​ນິວ​ເຄຼຍ​ມະ​ຫາ​ສະ​ມຸດ​ປາ​ຊີ​ຟິກ​ໃຕ້”. ອົ​ສ​ຕ​ຣາ​ລີ​ນຳ​ເຂົ້າ​ເຕັກ​ນິ​ກ​ກ່ຳ​ປັ່ນ​ດຳ​ນ້ຳ​ທີ່​ມີ​ຄຸນ​ຄ່າ​ທາງ​ການ​ທະ​ຫານ​ຍຸດ​ທະ​ສາດ, ປະ​ຊາ​ຄົມ​ໂລກ ເຊິ່ງ​ລວມ​ທັງ​ປະ​ເທດ​ອ້ອມ​ຂ້າງ​ມີ​ເຫດ​ຜົນ​ກ່າວ​ຫາ​ຄວາມ​ຈິງ​ໃຈ​ຂອງ​ອົ​ສ​ຕ​ຣ​າ​ລີ​ໃນ​ການ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ​ຂອງ​ອົ​ສ​ຕ​ຣາ​ລີ. ໂດຍ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ໃນ​ດ້ານ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19 ແລະ ກາ​ນ​ຟື້ນ​ຟູ​ເສດ​ຖະ​ກິດ, ປະ​ຊາ​ຊົນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິ​ກ້ອງ​ການ​ແຕ່​ການ​ເຕີບ​ໂຕ​ແລະ​ການ​ປະ​ກອບ​ອາ​ຊີບ ຫາກ​ບໍ່​ແມ່ນ​ກ່ຳ​ປັ່ນ​ດຳ​ນ້ຳ​ແລະ​ໝື້​ລະ​ເບີດ.

ຄຳ​ເຫັນ

0